ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-29 19:38:56    
ຈີນ​ວາງກົດ​ໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ການ​ອອກ​ແຮງ​ງານ​, ຍຶດ​ໝັ້ນ​ເນັ້ນ​ໜັກ​ການ​ປົກ​ປ້ອງ​ສິດ​​ແລະ​ຜົນ​ປະ​ໂຫຍດ​ຂອງ​ກຳ​ມະ​ກອນ

cri Author: mo
ຕາມ​ຂ່າວ​CRI:ຕອນ​ບ່າຍ​ວັນ​ທີ 29 ມິຖຸນາ​ນີ້, ກອງ​ປະຊຸມ​ຄັ້ງທີ 28 ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝທີ 10 ​ໄດ້ລົງ​ຄະ​ແນນ​ສຽງ​ຜ່ານ​ຮັບຮອງ​ກົດໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ການ​ອອກ​ແຮງ​ງານ. ກົດໝາຍຍຶດໝັ້ນ​​ເນັ້ນໜັກວັດຖຸປະສົງ​ໃຫ້​ວາງ​ກົດໝາຍປົກປ້ອງສິດ​ແລະຜົນປະ​ໂຫຍດທີ່​ຊອບ​ກົດໝາຍ​ຂອງ​ຜູ້ອອກ​ແຮງງານ, ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຈະ​ຊ່ອຍ​​ໃຫ້ແກ້​ໄຂ​ບັນຫາກັກຫຼື​​ໜ່ວງ​ໜ່ຽວ​ເວລາ​ເບີກ​ເງິນ​ເດືອນ​ໃຫ້​ກຳມະກອນ, ພ້ອມ​ທັງສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ກຳມະກອນ​ຊາວນາ​ຖືກ​ລ່ວງລ້ຳ​ເປັນຕົ້ນ.

ກົດໝາຍ​ດັ່ງກ່າວ​ຈະ​ເລີ່​ມ​ປະຕິບັດ​ແຕ່​ວັນ​ທີ 1 ມັງກອນ​ປີໜ້າ​ເປັນຕົ້ນ​ໄປ.

ກົດໝາຍວ່າ​ດ້ວຍ​ຂໍ້​ຜູກ​ພັນ​ການ​ອອກ​ແຮງ​ງານ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ສະບັບ​ນີ້​ໄດ້​​ເຂົ້າສູ່​ລະບຽບ​ການ​ນິຕິ​ບັນຍັດ​ເມື່ອທ້າຍ​ປີ 2005, ຮ່າງ​ກົດໝາຍ​ໄດ້​ຜ່ານ​ການສຳຫຼວດ​ພິຈາລະນາ 4 ​ເທື່ອ, ​ແລະຍັງ​​ໄດ້​ປະກາດ​ຕໍ່​ສັງຄົມ, ຂໍ​ຄວາມ​ເຫັນ​ນຳ​ຝ່າຍ​ຕ່າງໆ​ໄດ້ 1 ​ແສນ 9 ໝື່ນ​ຂໍ້.