ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-02 13:58:44    
ໃນ​ທົ່ວ​ໂລກ​ ​ໄດ້​ສ້າງ​ສະ​ຖາ​ບັນຂົງຈື້ 156 ​ແຫ່ງ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້ປ້າວ: ນັບ​ມາ​ຮອດ​ປະ​ຈຸ​ບັນ,​ໃນ​ທົ່ວ​ໂລກ​ໄດ້​ສ້າງ​ສະ​ຖາ​ບັນ​ແລະ​ຫ້ອງ​ຮຽນ​ຂົງຈື້ 156 ​ແຫ່ງ, ​ແຈກ​ຢາຍ​ຢູ່ 54 ປະ​ເທດ​ແລະ​ເຂດ​ແຄ້ວ​ນ, ກາຍ​ເປັນ​ບ່ອນ​ສຳຄັນ​ສຳລັບ​ປະຊາ​ຊົນ​ປະ​ເທດ​ຕ່າງໆ​ຮໍ່າ​ຮຽນ​ວັດທະ​ນະທຳ​ພາສາ​ຈີນ​ແລະ​ຊອກ​ຮູ້​ຈີນ​ໃນ​ສະ​ໄໝ​ປະຈຸ​ບັນ.

ຕາມ​ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຫ້ອງ​ການ​ໜ່ວຍ​ນຳພາ​ການ​ເຜີຍ​ແຜ່ພາສາ​ຈີນ​ໃນ​ທົ່ວ​ໂລກ​ຂອງ​ຈີນ​ແນະນຳ​ວ່າ, ປະ​ຈຸບັນ, ຍັງ​ມີ​ 205 ອົງການ ​ຮ້ອງ​ຂໍ​ສ້າງ​ສະ​ຖາ​ບັນ​ຫຼື​ຫ້ອງ​ຮຽນ​ຂົງຈື້. ຄາດ​ວ່າ, ຮອດ​ທ້າຍ​ປີ​ນີ້, ສະຖາ​ບັນ​ແລະ​ຫ້ອງ​ຮຽນ​ຂົງຈື້​​ໃນ​ທົ່ວ​ໂລກ​ຈະ​ບັນລຸ 200 ​ແຫ່ງ.

ຫ້ອງການ​ໜ່ວຍ​ນຳພາ​ການ​ເຜີຍ​ແຜ່ພາສາ​ຈີນ​ໃນ​ທົ່ວ​​ໂລກ​ຂອງ​ຈີນ​ກຳລັງຈັດວາງ​ມາດຖານ​ຄວາມ​ສາມາດພາສາ​ຈີນ​ສາກົນ​ແລະມາດ​ຖານ​ຄວາມ​ສາມາດ​ຂອງ​ຄູ​ສອນ​ພາສາ​ຈີນ​ສາກົນ.