ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-02 19:59:04    
ບໍລິສັດ​ຈີນ​ຈະ​ຮັບ​ເໝົາ​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ໃຫຍ່​ກວ່າ​ໝູ່​ຂອງ​ມຽນ​ມາ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ກໍລະກົດ​ນີ້, ບໍລິສັດ​ຕາໜ່າງ​ໄຟຟ້າ​ຢຸນນານ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ກຸ່ມ​ບໍລິສັດກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຈີນ​ຈະ​ຮັບ​ເໝົາ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ໃຫຍ່​ກວ່າ​ໝູ່​ຂອງ​ມຽນມາ.
​ເຂື່ອນ​ໄຟຟ້າ​ນ້ຳຕົກ​ແຫ່ງ​ນີ້​ແມ່ນ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊັ້ນ​ໜຶ່ງ​​ຂອງ​ແມ່​ນ້ຳ​ຢຸ້ຍລີ້, ຕັ້ງຢູ່​ພາກ​ເໜືອ​ມຽນມາ, ​ຕິດ​ຕັ້ງ​ເຄື່ອງ​ຈັກ​ 6 ​ເຄື່ອງ, ກຳລັງ​ຕິດຕັ້ງ​ເຄື່ອງ​ຈັກຜະລິດ​ໄຟຟ້າ​ແມ່ນ 6 ​ແສນ​ກິ​ໂລ​ວັດ.

ໂຄງການ​ດັ່ງກ່າວ​ແມ່ນ​ປະຕິບັດ​ຕາມ​ວິທີ​BOT, ຄື​ກໍ່ສ້າງ-ທຸລະ​ກິດ-​ມອບ​​ໃຫ້, ບໍລິສັດ​ພັດທະນາ​ພະລັງ​ໄຟຟ້າ​ປະສົມ​ຢຸນນານ​ຈີນ​ຈຳກັດ​ຈະ​ຮັບຜິດຊອບ​ການພັດທະນາ ທຸລະ​ກິດ ​ແລະຄຸ້ມ​ຄອງ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊັ້ນ 1 ຂອງ​ແມ່​ນ້ຳ​ຢຸ້ຍລີ້ຢ່າງຮອບດ້ານ.