ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-03 18:51:22    
ຈີນ​ຈັດ​ຊຸດ​ອົບ​ຮົມ​ເຕັກ​ນິກ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ກໍລະກົດ, ຊຸດ​ອົບຮົມ​ສາກົນ​ດ້ານ​ເຕັກນິກ​ລົດຍົນ​ປີ 2007 ​ໄດ້​ຈັດ​ພິທີ​ຮຽນ​ຈົບ​ຢູ່​ທີ່​ປັກ​ກິ່ງ. ນີ້​ແມ່ນ​ໜຶ່ງໃນແຜນການຊຸດອົບຮົມ​ເຕັກນິກທີ່​ລັດຖະບານ​ຈີນ​ຈັດຂຶ້ນ​ເພື່ອ​ປະ​ເທດ​ພວມ​ພັດທະນາ. ສຳ​ມະ​ນາກ​ອນ 30 ກວ່າ​ຄົນ​ທີ່​ມາ​ຈາກ 6 ປະ​ເທດ​ຂອງ​ສະຫະພັນ​ເອກະ​ລາດ​ໄດ້​ເຂົ້າຮ່ວມ​ຊຸດ​ອົບຮົມ​ດັ່ງກ່າວ.

ແຕ່​ປີ 2001 ຫາ​ປີ 2006, ຈີນ​ໄດ້​ຈັດ​ຊຸດ​ອົບ​ຮົບ​​ເຕັກນິກ 176 ຊຸດ​ໃຫ້​ປະ​ເທດ​ພວມ​ພັດທະນາ, ຜູ້​ຄຸ້ມ​ຄອງ​ແລະ​ນັກວິຊາ​ການ​ເກືອບ 3 ພັນ​ຄົນ​ຂອງ 90 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ການ​ແລກປ່ຽນ​ແລະ​ຮໍ່າຮຽນ.​ເຈົ້າໜ້າ​ທີ່​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​ກ່າວ​ວ່າ, ​ເຕັກນິກ​ເໝາະ​ໃຊ້​ທີ່​ກ້າວໜ້າ​ຫຼາຍຢ່າງຂອງ​ຈີນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ປະ​ເທດ​ພວມ​ພັດທະນາ, ​ແລະ​ໄດ້​ຖືກ​ຫຼາຍປະ​ເທດ​ພວມ​ພັດທະນາຮັບຮອງ, ​ເຕັກນິກ​ເຫຼົ່ານີ້​ມີ​ຜົນ​ດີ​ຕໍ່​ການພັດທະນາ​ເສດຖະກິດ​​ແລະການ​ຍົກ​ສູງລະດັບ​ເຕັກນິກ​ຂອງ​ປະ​ເທດ​ພວມ​ພັດທະນາ