ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-03 18:52:56    
ຈີນ​ກັບ​ສ.ປ.ປ.​ເກົາ​ຫຼີ​ຈະ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ຊຸກ​ຍູ້​​ໃຫ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ

cri

ຕາມ​ຂ່າວCRI:ວັນ​ທີ3​ກໍລະກົດ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ກັບສ.ປ.ປ.​ເກົາຫຼີ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ຈະພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,ຈັດ​ຕັ້ງ​ປະຕິບັດ​​ເອກະສານ​ຮ່ວມ,ຊຸກ​ຍ້​ໃຫູ້​ການ​ເຈລະຈາ​ຫົກ​ຝ່າຍ​​​ໄດ້​ຮັບ​ຄວາມ​ຄື​ບໜ້າ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ມື້​ດຽວ​ກັນ,ທ່ານ​ຢາງ​ເຈ​ເຊີ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ສ.ປ.ປ.​ເກົາຫຼີ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປັກ​ອຸຍ​ຊຸນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.ປ.ປ.​ເກົາຫຼີ.ທ່ານ​ຊິນ​ກ່າງ​ກ່າວ​ເນັ້ນ​ວ່າ,ກ່ຽວ​ກັບ​ບັນຫາ​ທີ່​ຈັດ​​ການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່​,ຝ່າຍ​ຈີນ​ຖືທ່າທີ​ເປີດ​ປະຕູ.

ຝ່າຍ​ຈີນ​ຈະ​​ອີງ​ຕາມ​ການຂະຫຍາຍຕົວ​ຂອງ​ສະພາບ​ການ​ແລະ​ຄວາມ​ຕ້ອງການ​ຫາລື​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ,ພ້ອມ​ກັນ​ກຳນົດວັນ​​ເວ​ລາ​ຈັດ​ການ​ເຈລະຈາ​ຫົກ​ຝ່າ​ຍຮອບ​ໃໝ່ຄືນ​ໃໝ່.