ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-08 16:27:08    
ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ງານ​ເອັກສ​ໂປ​ຈີນ​-​ອາ​ຊຽນ​ກັບ​ວິ​ສາ​ຫະ​ກິດ​ໄດ້​ຈໍ່​ຕົວ​ຂຶ້ນ​ໃນ​ເບື້ອງ​ຕົ້ນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ຈ່າງ​ສ້ຽວ​ຊິນ ​ເລຂາ​ຄະນະ​ເລຂາ​ງານ​ເອັກສ​ໂປ​ຈີນ-ອາ​ຊຽນກ່າວ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ວິ​ສາ​ຫະກິດ​ແລະ​ຄະນະ​ເລຂາ​ງານ​ເອັກສ​ໂປ​ໄດ້​ຮ່ວມ​ມື​ກັນ,ພ້ອມ​ກັນ​ພັດທະນາ,ສ້າງ​ການ​ພົວ​ພັນ​ທີ່​ແໜ້ນ​ແຟ້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຊຸກ​ຍູ້​ເຊິ່ງກັນ​ແລະ​ກັນ,​ໄດ້​ກາຍ​ເປັນ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ງານ​ເອັກສ​ໂປ​ກັບ​ວິ​ສາ​ຫະກິດ​​ໃນ​​ເບື້ອງ​ຕົ້ນ.

ທ່ານ​ຈ່າງ​ສ້ຽວ​ຊິນກ່າວ​ວ່າ,ຄຽງ​ຄູ່​ກັບ​ງານ​ເອັກສ​ໂປ​ຈີນ-ອາ​ຊຽນຂະຫຍາຍຕົວ​ແລະ​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນກ້າວ​ໄປ​ໜ້າ.ວິ​ສາ​ຫະກິດຄູ່​ຮ່ວມ​ມື​ຕ່າງໆ​ຈະ​ຜ່ານ​ຈາກ​ງານ​ເອັກ​ສ​ໂປ​ຊອກ​ໄດ້​ໂອ​ກາດ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ,​ແລະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຫຼາຍ​ກວ່າ​ເກົ່າ.

ງານ​ເອັກສ​ໂປ​ຈີນ-ອາ​ຊຽນ​ແມ່ນ​ງານ​ມະຫາ​ກຳ​ແຫ່ງ​ການ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ​ລະ​ດັບ​ຊາດ​ທີ່​ພະ​ແນ​ກຄຸ້ມ​ຄອງ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ຈີນ​ແລະ​10​ປະ​ເທດ​ອາ​ຊຽນ​ພ້ອມ​ດ້ວຍ​ກອງ​ເລຂາ​ອາ​ຊຽນ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ,​ແຕ່​ປີ​2004​ເປັນ​ຕົ້ນ​ມາ,​ແຕ່​ລະ​ປີ​ຈັດ​ຂຶ້ນ​​ເປັນ​ປະຈຳຢູ່​​ເມືອງ​ນານ​ນິງ​ເຂດ​ກວາງ​ຊີ​ຈີນ.