ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-08 18:10:12    
ກຳ​ແພງ​ຍັກ​ຖືກ​ປະ​ກວດ​ເປັນ"ສິ່ງ​ມະ​ຫັດ​ສະ​ຈັນ 7 ​ແຫ່ງ​ໃໝ່"​ຂອງ​ໂລກ

cri Author: cai

ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ຄ່ຳ​ວັນ​ທີ 7 ກໍລະກົດ​ນີ້,ຢູ່​ລິ​ສບອນ ນະຄອນຫຼວງ​ປອກຕຸຍ​ການ,ຜົນ​ການປະ​ກວດ"ສິ່ງມະຫັດ​ອັດສະຈັນ 7 ​ແຫ່ງ​ໃໝ່"ຂອງ​ໂລກ​ໄດ້ສະ​ເຫຼີ​ຍແລ້ວ,ກຳ​ແພງ​ຍັກ​ຈີນ​ເປັນ​ທີ​ໜຶ່ງ​ໃນ"ສິ່ງ​ມະຫັດສະຈັນ 7 ​ແຫ່ງ​ໃໝ່"ດ້ວຍ​ຄະ​ແນນ​ຫຼາຍ​ກວ່າ​ໝູ່.

ພາຍ​ຫຼັງສະ​ເຫຼີ​ຍ​ຜົນແລ້ວ,ຜູ້​ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວໄດ້​ມອບ​ໃບຢັ້ງຢືນ​ເປັນ​ທີ່​ລະ​ລຶກ​ໃຫ້​ແກ່​ຜູ້ຕາງ​ໜ້າ​ຂອງ​ປະ​ເທດ​ທີ່​"ສິ່ງ​ມະຫັດສະຈັນ 7 ​ແຫ່ງ​ໃໝ່"ຢູ່​ນັ້ນ.ທ່ານ​ຮານ​ໂກ​ເຫວີຍ ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ກຳ​ແພງ​ຍັກ​ຈີນ​ທີ່​ເຂົ້າ​ຮ່ວມ​ພິທີສະ​ເຫຼີ​ຍຜົນ​ກ່າວ​ວ່າ,ກຳ​ແພງ​ຍັກ​ແມ່ນ​ມໍລະດົກ​ວັດ​ທະ​ນະທຳ​ໂລກ​ຂອງ​ທົ່ວ​ມວນ​ມະນຸດ,ຍ້ອນ​ມີ​ຄວາມ​ສະ​​ເໜ​ອັນ​ຍິ່ງ​ໃຫຍ່,ຈຶ່ງ​ຖືກ​ປະ​ກວດເປັນ"ສິ່ງ​ມະ​ຫັດ​ສະຈັນ 7 ​ແຫ່ງ​ໃໝ່"ຂອງ​ໂລກ.

ການ​ເຄື່ອນ​ໄຫວປະ​ກວດ"ສິ່ງ​ມະຫັດສະຈັນ 7 ​ແຫ່ງ​ໃໝ່"ຂອງ​ໂລກ​​ເທື່ອ​ນີ້​ແມ່ນ"ກອງ​ທຶນ​ສິ່ງ​ມະ​ຫັດ​ສະ​ຈັນ 7 ​ແຫ່ງ​ໃໝ່"​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ປະຊາ​ຊົນ​ເປັນ​ຜູ້​ລິ​ເລີ່​ມ.ກອງ​ທຶນ​ດັ່ງກ່າວ​ໄດ້​ລິ​ເລີ່​ມຈັດການ​ເຄື່ອນ​ໄຫວປະ​ກວດພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ເມື່ອ​ຕົ້ນ​ປີ​ກາຍ,​ໄດ້​ປະ​ກວດສິ່ງ​ກໍ່ສ້າງ​ບູຮານ 7 ​ແຫ່ງ​ເປັນ"ສິ່ງ​ມະຫັດສະຈັນ 7 ​ແຫ່ງ​ໃໝ່"ຈາກ​ສິ່ງ​ກໍ່ສ້າງ​ບູຮານ​ທີ່​ມີ​ຊື່​ສຽງ​ໃນ​ໂລກ 21 ​ແຫ່ງ​ດ້ວຍ​ວິທີ​ປ່ອນ​ບັດ​ທາງ​ອິນ​ເຕີ​ເນັດ ​ໂທລະສັບ​ແລະ​ຂໍ້ຄວາມ​ສັ້ນ.ຜູ້​ຈັດ​ຕັ້ງ​ກ່າວ​ວ່າ,ມີ 90 ລ້ານ​ກວ່າ​ຄົນ​ໄດ້​ປ່ອນ​ບັດ​ເຂົ້າຮ່ວມ​ການປະ​ກວດດັ່ງກ່າວ.