ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-08 19:38:45    
ຈີນ​ຈະ​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ສຳ​ລັບ​ຈັດ​ກອງ​ປະ​ຊຸມ​ງານ​ວາງ​ສະ​ແດງ​ແລະ​ການ​ໃຫ້​ລາງ​ວັນ​ໄປ​ທ່ອງ​ທ່ຽວ​ຂອງ​ໂລກ​ໃນ​ສະ​ຕະ​ວັດ​ທີ​21

cri
ຕາມ​ຂ່າວສານ​ຊິນ​ຮວາ,ຄຽງ​ຄູ່​ກັບງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ງານ​ເອັກສ​ໂປ​ຊຽງ​ໄຮ້​ຈັດ​ຂຶ້ນ​ຕາມລຳດັບ​ຢູ່​ຈີນ​ໃນ10​ປີ​ທຳ​ອິດ​ຂອງ​ສະ​ຕະ​ວັດ​ນີ້.ຈີນ​ຈະ​ກາຍ​ເປັນ​ຈຸດໝາຍ​ປາຍ​ທາງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ສຳລັບ​ຈັດ​ກອງ​ປະ​ຊຸມ​ງານ​ວາງ​ສະ​ແດງ​ແລະ​ການ​ໃຫ້​ລາງ​ວັນ​ໄປ​ທ່ອງ​ທ່ຽວ​ຂອງ​ໂລກ​ໃນ​ສະຕະວັດ​ທີ21

ມໍລະດົກ​ທຳ​ມະ​ຊາດ​ແລະ​ວັດທະນະທຳ​ອັນ​ອຸດົມສົມບູນ,ສະພາບ​ແວດ​ລ້ອມ​ການ​ທ່ອງ​ທ່ຽວ​ທີ່​ປອດ​ໄພ​ເຮັດ​ໃຫ້​ລຳດັບ​ຂອງຈີນ​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ການ​ລຽງ​ລຳ​ດັບ​ຈຸດ​ໝາຍ​ປາຍ​ທາງ​ສຳ​ລັບ​ຈັດ​ກອງ​ປະຊຸມ ງານ​ວາງສະ​ແດງ​ແລະ​ການ​ໃຫ້​ລາງ​ວັນ​ໄປ​ທ່ອ​ງ​ທ່ຽວ​ໃນ​ໂລກ​ຍົກ​.ປັດ​ຈຸ​ບັນ,ຕະຫຼາດ​ທ່ອງ​ທ່ຽວ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​20%​ຕໍ່​ປີ,ກາຍ​ເປັນ​ປະ​ເທດ​ທີ່​ມີ​ຜົນ​ສະ​ທ້ອນ​ຫຼາຍ​ກວ່າ​ໝູ່​ຕໍ່​ສະພາບ​ການ​ພັດທະນາ​ການ​ທ່ອງ​ທ່ຽວ​ຂອງ​ໂລກ.​ສະ​ມາ​ຄົມ​ກອງ​ປະ​ຊຸມ​ສາ​ກົນ​ຫຼືICCA ຄາດ​ຄະ​ເນ​ວ່າ,ຈີນ​ອາດ​ຈະ​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ສຳ​ລັບ​ຈັດ​ກອງ​ປະຊຸມ​ ງານ​ວາງ​ສະ​ແດງ​ແລະ​ການ​ໃຫ້​ລາງ​ວັນ​ໄປ​ທ່ອງ​ທ່ຽວ​ຂອງ​ໂລກ​ໃນ​ສະຕະວັດ​ທີ21.

ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,ປີ2006,ວິ​ສາ​ຫະກິດຂອງ​ທົ່ວ​ໂລກ​ມີ​37%​ໄດ້​ຄັດ​ເລືອກ​ເຂດ​ໃນ​ຈີນ​ເປັນ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ການ​ຄ້າ,​ງານ​ວາງ​ສະ​ແດງ​ແລະ​ກິດ​ຈະ​ກຳ​ໃຫ້​ລາງ​ວັນ​ໄປ​ທ່ອງ​ທ່ຽວ​.