ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-10 17:52:44    
ຈີ​ນຈະສະໜອງ​ທຶນສຶກສາ 8 ຕື້ 200 ລ້ານ​ຢວນ​ໃຫ້ນັກຮຽນ​ໂຮງຮຽນ​ວິຊາຊີບຊັ້ນ​ກາງ

cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 9 ກໍລະ​ກົດ​ນີ້, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ເງິນ​ຈີນ​​ແຈ້ງໃຫ້ນັກ​ຂ່າວຮູ້​ວ່າ, ​ເມື່ອ​​ໄຂ​ສົກຮຽນ​​ລະດູ​ໃບ​ໄມ້​ລົ່ນປີ​ນີ້​ແລ້ວ, ການ​ເງິນ​ສູນ​ກາງ​ແລະການ​ເງິນທ້ອງ​ຖິ່ນ​ຈະສະໜອງ​ທຶນສຶກສາ 8 ຕື້ 200 ລ້ານ​ຢວນ​​​ໃຫ້ນັກຮຽນ​ ໂຮງຮຽນ​ວິຊາຊີບຊັ້ນ​ກາງ. ສ່ວນປີໜ້າ, ຈຳນວນທຶນສຶກສາ​ຈະ​​ເພີ່ມ​ຂຶ້ນ​ເປັນ 16 ຕື້ 400 ລ້ານ​ຢວນ.

ຂະ​ແໜງ​ການ​ອາຊີວະສຶກສາ​​ໄດ້​ຮັບຜິດຊອບ​ໜ້າ​ທີ່​ສ້າງຜູ້​ອອກ​ແຮງງານ​ທີ່​ມີ​ຄຸນນະພາບສູງ​ເປັນ​ຈຳນວນຫຼວງຫຼາຍ. ຫຼາຍປີ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ຖື​ການ​ພັດທະນາ​ຂະ​ແໜງ​ການ​ອາຊີວະ​ສຶກສາ​ເປັນ​ໜຶ່ງ​ໃນ​ຈຸດ​ໜັກ​ວຽກ​ງານ​ການ​ສຶກສາ. ລັດຖະບານ​ຈີນ​ມີ​ແຜນ​ຈະ​ດຶງດູດນັກຮຽນ​ທີ່​ດີ​ເດັ່ນ​ຫຼາຍກວ່າ​​ເກົ່າ​ເຂົ້າ​​ໃນ​​ການ​ສຶກສາ​ວິຊາ​ຊີບ​ໂດຍ​ຜ່ານ​ການ​ເພີ່ມຮັບ​ນັກຮຽນ​ອາຊີວະ​ສຶກສາ, ສ້າງ​ລະບົບ​ສະໜອງ​ທຶນ​ສຶກສາ​​ໃຫ້​ນັກຮຽນ​ໃຫ້​ສົມບູນ​ແລະ​ແນະນຳ​ນັກຮຽນ​ທີ່​ຄອບຄົວ​ທຸກ​ຍາກ​ມາ​ຮັບ​ການ​ສຶກສາ​ວິຊາ​ຊີບ​ຊັ້ນ​ກາງ.