ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-12 20:43:59    
ຈີນ​ເຫັນ​ວ່າ​ອາ​ເມ​ລິ​ກາ​ກັບ​ມຽນ​ມາ​ດຳ​ເນີນ​ການ​ສົນ​ທະ​ນາ​ໂດຍ​ກົງ​ແມ່ນ​ຕັ້ງ​ໜ້າ​ແລະ​ມີ​ຜົນ​ປະ​ໂຫຍດ

cri
ຕາມ​ຂ່າວ​CRI,​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​12​ກໍ​ລະ​ກົດ​ນີ້,​ທ່ານ​ຊິນ​ກ່າງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ເຫັນ​ວ່າ,​ອາ​ເມ​ລິ​ກາ​ກັບ​ມຽນ​ມາ​ດຳ​ເນີນ​ການ​ສົນ​ທະ​ນາ​ໂດຍ​ກົງ​ແມ່ນ​ຕັ້ງ​ໜ້າ​ແລະ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ຊິນ​ກ່າງ​ແນະນຳ​ວ່າ,​ໃນ​ໄລຍະ​ມໍ່ໆ​ມາ​ນີ້,​ໂດຍ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ອາ​ເມ​ລິ​ກາ​ແລະ​ມຽນມາ,ຝ່າຍ​ຈີນ​ໄດ້​ຊ່ວຍ​ຈັດ​ວາງ​ໃຫ້​ຜູ່​ແທນ​ຂອງ​ອາ​ເມ​ລິ​ກາ​ກັບ​ມຽນມາດຳ​ເນີນ​ການ​ຕິດ​ຕໍ່​ພົວພັນ​ກັນ​ຢູ່​ປັກ​ກິ່ງ.​ທ່ານ​ກ່າວ​ວ່າ,​ຝ່າຍ​ຈີນ​ເຫັນ​ວ່າ,ອາ​ເມ​ລິ​ກາ​ແລະ​ມຽນມາ​ດຳ​ເນີນ​ການ​ສົນ​ທະ​ນາ​ໂດຍ​ກົງ,​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ,​ມັນ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ,​ແມ່ນ​ຕັ້ງ​ໜ້າ​ແລະ​ມີ​ຜົນ​ປະ​ໂຫຍ​ດ.