ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-13 20:17:09    
ຈີນ​ກວດ​ກາ​ກຳ​ນົດ"ວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ"

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ12​ກໍ​ລະ​ກົດ​ນີ້, ​ກົມ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ແຈ້ງ​ຂ່າວວ່າ,ນັບ​ແຕ່​ເດືອນ​ພະ​ຈິກ​ປີ​2006​ຮອດ​ປັດ​ຈຸ​ບັນ,​ຈີນ​ໄດ້​ໂຮມ​ສູນ​ຄັດ​ເລືອກ,​ກວດ​ກາ​ແລະ​ກຳ​ນົດ"ວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ຄວາ​ມສົນ​ໃຈ"​5700​ກວ່າ​ແຫ່ງ.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​ໄຫຼ​ເຂົ້າ​ຈີນ​ຢ່າງ​ຫຼວງ​ຫຼາຍ​ແລະ​ຕໍ່​ເນື່ອງ,​ໄດ້​ເຮັດ​ໃຫ້​ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ບໍ່​ດຸນ​ດ່ຽງ​ກັນ​ແຮງ​ຂຶ້ນ​ແລະ​ເພີ່ມ​ແຮງ​ກົດ​ດັນ​ຂອງເງິນ​ຢວນຈີນ​ຂຶ້ນ​ລາຄາ.​ເພື່ອ​ປາບ​ປາມ​ຢ່າງ​ເຄັ່ງ​ຄັດ​ບໍ່​ໃຫ້​ເງິນ​ທຶນ​ໄຫຼ​ເຂົ້າ​ຈີນ​ຢ່າງ​ຜິດ​ປົກ​ກະ​ຕິ,​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ​ທີ່​ແຝງ​ຊ້ອນ​ຢູ່,​ປີ​2006,​ກົມ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ ໃຫ້​ຄວາມ​ສະ​ດວກ​ຢ່າງ​ເຕັມ​ທີ່​ແກ່​ວິ​ສາ​ຫະ​ກິດ​ທີ່​ທຸ​ລະ​ກິດ​ຕາມ​ກົດ​ໝາຍ,ຕໍ່​ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ນັ້ນ​ຊ້ຳ​ພັດ​ສຳ​ຫຼວດ​ກວດ​ກາ​ຢ່າງ​ເຄັ່ງ​ຄັດ.

ຂ່າວ​ແຈ້ງວ່າ, ​ແຕ່ທ້າຍ​ເດືອນ​ກັນຍາ​ປີ​2006​ຮອດ​ເດືອນ​ເມ​ສາ​ປີ​ນີ້,​ຍອດ​ມູນ​ຄ່າ​ເງິນ​ຕາ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ຫຼາຍ​ກວ່າ​ການ​ ກຳ​ນົດຂອງ​ວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ຈີນ​ໄດ້​ຫຼຸດ​ລົງ40%.