ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-14 20:57:04    
ບໍລິສັດ​ຂ້າມ​ຊາດ​ພາກັນ​ເພີ່ມ​ທະວີ​ການຄົ້ນຄວ້າ​ພັດທະນາ​ຢູ່​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ບໍລິສັດ​ຂ້າມ​ຊາດ​ພາກັນ​ເພີ່ມ​ທະວີ​ການຄົ້ນຄວ້າ​ພັດທະນາ​ຢູ່​ຈີນ,ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ​ ສູນ​ຄົ້ນຄວ້າ​ພັດທະນາ​ທີ່​ຕ່າງປະ​ເທດ​ລົງທຶນສ້າງຢູ່​ຈີນນັ້ນ​ໄດ້ມີ​ປະມານ800​ແຫ່ງ​ແລ້ວ.

ສູນ​ພັດທະນາ​ຈີນ IBM ​ແມ່ນ​ສູນ​ໜຶ່ງ​ໃນ 5 ​ແຫ່ງຂອງ​ຫ້ອງທົດ​ລອງພັດທະນາຂະໜາດ​ໃຫຍ່ຂອງ IBM ​​ໃນ​ທົ່ວ​ໂລກ,ປະຈຸ​ບັນ,ວຽກ​ງານ​ຄົ້ນຄວ້າ​ພັດທະນາຜະລິດຕະພັນຊອຟ​ແວຕົ້ນຕໍຂອງ IBM ​ ສ່ວນ​ຫຼາຍ​ແມ່ນ​ດຳ​ເນີນ​ຢູ່​ຈີນ.

ສະ​ຖາ​ບັນ​ຄົ້ນຄວ້າ​ຊອຟ​ແວອາຊີ​​ທີ່ບໍລິສັດ​ໄມ​ໂຄຼ​ຊອຟ​ສ້າງ​ຂຶ້ນ​ຢູ່​ປັກ​ກິ່ງ ​ແມ່ນ​ອົງການ​ຄົ້ນຄວ້າ​ພື້ນຖານ​ພຽງ​ແຫ່ງ​ດຽວຂອງ​ໄມ​ໂຄຼຊອຟຢູ່​ພາກ​ພື້ນ​ອາຊີ,​ເຕັກ​ນິກຫຼາຍ​ຢ່າງຂອງ​ເຂົາ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ຜະລິດຕະກຳ​ແກນ​ກາງຂອງ​ຊອຟ​ແວ​ແລ້ວ.

ສູນ​ຄົ້ນຄວ້າ​ພັດທະນາ​ທີ່​ບໍລິສັດ GE ,ບໍລິສັດ​ໂມ​ໂທໂຣລາ​ແລະ​ບໍລິສັດ​ຊີ​​ເມັນ​ສ໌ຕັ້ງຢູ່​ຈີນ​ລ້ວນ​ແຕ່​ໄດ້​ລົງທຶນຄົ້ນຄວ້າ​ພັດທະນາຫຼາຍ​ກວ່າ10ລ້າ​ນ​ໂດ​ລາ.

ບຸກຄົນວົງ​ການ​ນີ້​ເຫັນ​ວ່າ,ປະຈຸ​ບັນ ຈີນ​ແມ່ນ​ຕະຫຼາດ​ແຫ່ງ​ໜຶ່ງ​ທີ່​ພັດທະນາ​ໄວ​ກວ່າ​ໝູ່​ໃນ​ໂລກ,ຕະຫຼາດ​ຈີນ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການນຳ​ໃຊ້​​ເຕັກນິກ​ໃໝ່​ກວ່າ​ໝູ່ ​​ສັບສົນ​ກວ່າ​ໝູ່​.​ເຕັກນິກ​ແລະ​ຜະລິດຕະພັນ​ຫຼາຍ​ຢ່າງ​ແມ່ນ​ປະດິດອອກມາ​ຢູ່​ໃນ​ຕະຫຼາດ​ຈີນ,​ແລ້ວ​ລົງ​ໄປ​ໃຫ້​ທົ່ວ​ໂລກ​ໃນທີ່​ສຸດ​.ສະນັ້ນ,ສູນ​ຄົ້ນຄວ້າ​ພັດທະນາ​ຂອງຫຼາຍ​ວິ​ສາ​ຫະກິດ​ຂ້າມ​ຊາດທີ່​ຕັ້ງ​ຢູ່​ຈີນ,​ໄດ້​ກາຍ​ເປັນ​ເຄື່ອງບົມ​ເພາະ​ແລະປະດິດ​ສ້າງ​ເຕັກນິກ​ໃໝ່​ສຸດ​ແລະ​ຜະລິດ​ຕະພັນໃໝ່​ສຸດ.