ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-17 20:10:33    
ກິດຈະກຳເກັບ​ໂຮມ​ເອົາ​ດົນຕີ​ພື້ນ​ເມືອງ​ຂະໜາດ​ໃຫຍ່​ເລີ່​ມຈັດ​ຂຶ້ນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 17 ກໍລະກົດ​ນີ້, "ຮ້ອງ​ເພງ​ຈີນ, ກ້າວ​ໄປ​ສູ່​ໂລກ" ​ເຊິ່ງ​ເປັນ​ກິດຈະກຳເກັບ​ໂຮມ​ເອົາ​ດົນຕີ​ພື້ນ​ເມືອງ​ຂະໜາດ​ໃຫຍ່​​ເດີນທາງ​ຈາກ​ເມືອງ​ນານ​ນິງຂອງ​ເຂດປົກຄອງ​ຕົນ​ເອງ​ກວາງຊີ​ເຜົ່າ​ຈວ້າງ, ຄະນະ​ເກັບ​ໂຮມ​ເອົາດົນຕີ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ຢູ່​ແຫ່ງ​ຕ່າງ ​ເຊັ່ນ: ປາຍ​ຊື້, ຊົງ​ໂຈ, ທ່າ​ຟັງ​ເຊິ​ງ​ເປັນ​ຕົ້ນ ​ ພາກ​ໃຕ້​ເຂດ​ກວາງຊີ​ໃນ 20 ກວ່າ​ມື້​.

ກິດຈະກຳ​ເກັບ​ໂຮມ​ເອົາ​ດົນຕີ​ພື້ອນ​ເມືອງ "ຮ້ອງ​ເພງ​ຈີນ, ກ້າວ​ໄປ​ສູ່​​ໂລກ" ​ແມ່ນ​ຈັດ​​ໂດຍ​ວິທະຍຸ​ສາກົນ​ແຫ່ງ​ປ​ະ​ເທດ​ຈີນ, ສູນ​ປົກປ້ອງ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ຊ່ອຍ​ດຳ​ເນີນ. ກິດ​ຈະ​ກຳ​ນີ້​ຖື​ການ​ສືບ​ທອດ​ແລະ​ສົ່ງ​ເສີມ​ວັດທະນະທຳ​ດີ​ເລີດ​ທີ່​ເປັນ​ມູນ​ເຊື້ອ​ເປັນ​ວັດ​ຖຸປະສົງ, ຈະ​ດຳ​ເນີນ​ການ​ຊອກ​ຫາ​ແລະ​ເກັບ​ໂຮມ​​ຢ່າງ​ເປັນ​ລະບົບ​ຕໍ່​ດົນຕີ​ພື້ນ​ເມືອງທີ່​ແຈກ​ຢາຍ​ຢູ່​ພື້ນ​ເມືອງ​ຈີນ, ​ແນະ​ນຳ​ດົນ​ຕີ​ແລະ​ນັກ​ຮ້ອງ​ພື້ນ​ເມືອງ​ຂອງ​ຈີນຢ່າງຮອບດ້ານ​ຕໍ່​ຈີນ​ແລະ​ຕ່າງປະ​ເທດ​ດ້ວຍ​ຮູບ​ການ​ລາຍ​ງານສາລະພັດ​ສື່, ​ເຮັດ​ໃຫ້​ດົນຕີ​ພື້ນ​ເມືອງ​ກາຍ​ເປັນ​ຂົວ​ສະ​ພານ​ຕິດ​ຕໍ່ການ​ແລ​ກປ່ຽນ​ວັດທະນະ​ທຳ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ.