ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-19 18:47:12    
ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສັນ​ຕິ​ພາບ​ຮອບ​ດ້ານ​ຂອງ​ຊູ​ດັງ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 19 ກໍລະ​ກົດ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນເດັດດ່ຽວ​ສະໜັບ​ສະໜູນ​ຂະ​ບວນການ​ສັນຕິພາບ​ຮອບດ້ານ​ຂອງ​ຊູ​ດັງ, ຍິນ​ດີ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເພື່ອ​ສະຖຽນ​ລະ​ພາບ, ການ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ແລະ​ການ​ພັດທະນາ​ຂອງ​ຊູ​ດັງ.

​ໃນ​ເວລາ​ພົບ​ປະ​ທ່ານ​ຊາ​ວາ ຄີ ມາ​ຢາ​ດິດ ຮອງ​ປະ​ທາ​ນາ​ທິບໍດີ​ຜູ້​ທີ​ໜຶ່ງ​ຂອງ​ຊູ​ດັງ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ລັດຖະບານ​ຊູ​ດັງ​ກັບ​ສະຫະພາບ​ອາ​ຝຼິກາ​​ແລະ​ສະຫະ​ປະຊາ​ຊາດ​​ໄດ້​ບັນລຸ​ຄວາມ​ເຫັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ແຕ່ງ​ທະຫານ​ຮັກສາ​ສັນຕິພາບ​ປະສົມ​ປະຈຳຢູ່​ເຂດ​ດາ​ຟູ, ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະຊາ​ຄົມ​ໂລກ. ສະພາບ​ຕົວ​ຈິງ​ໄດ້​ຢັ້ງຢືນ​ວ່າ, ກົນ​ໄກ​ສົນທະນາ​ປະສານ​ສົມ​ທົບແລະ​ຮ່ວມ​ມືລະຫວ່າງ​ 3 ຝ່າຍ​, ຄື​: ລັດຖະບານ​ຊູ​ດັງ, ສະຫະພາບ​ອາ​ຝຼິກາ​ແລະ​ສະຫະ​ປະຊາ​ຊາດ​ແມ່ນ​ກົນໄກອັນ​ບັງ​ເກີດ​ຜົນ​ເພື່ອ​ແກ້​ໄຂ​ບັນຫາ​ດາ​ຟູ. ປະຊາ​ຄົມ​ໂລກ​ຄວນຈັບ​ໂອກາດ​ທີ່​ດີ​ໃນ​ສະ​ເພາະ​ໜ້າ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ແລະ​ຂະ​ບວນການ​ການ​ເມື​ອງຢ່າງ​ສະໝ່ຳສະ​ເໝີ​ກັນ. ຝ່າຍ​ຈີນ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ເລື່ອງ​ນີ້​ຄື​ແຕ່​ເກົ່າ​ເມືອຫຼັງ.

ທ່ານ​ຊາ​ວາ ຄີ ມາ​ຢາ​ດິດ​ຂອບ​ໃຈ​ນຳ​ລັດຖະບານ​ຈີນ​ທີ່​ໄດ້​ແຕ່ງ​​ຕັ້ງ​ຜູ້​ແທນ​ພິ​ເສດ​ກ່ຽວ​ກັບບັນຫາ​ດາ​​ຟູ​ແລະ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ມະນຸດສະທຳ​ແກ່​ເຂດ​ດາ​ຟູ, ທ່ານ​ກ່າວ​ວ່າ, ລັດຖະບານ​ຊູ​ດັງ​ຈະ​ອອກ​ແຮງ​ຊຸກ​ຍູ້​​​ແກ້​ໄຂ​ບັນຫາ​ດາ​ຟູ​ດ້ວຍ​ຊ່ອງ​ທາງ​ການ​ເມືອງ.