ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-19 19:14:48    
ຜູ່​ຕາງໜ້າຣັດ​ເຊຍ​ກ່າວ​ວ່າ,ກອງ​ປະຊຸມຫົວໜ້າຄະນະຂອງ​ການ​ເຈລະຈາ6ຝ່າຍ​ມີ​ບັນຍາກາດ"​ໄມຕີ​ຈິດຫຼາຍ"

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ19ກໍລະກົດ​ນີ້ ຢູ່​ປັກ​ກິ່ງ ທ່ານ​ວຼາດີ​ເມຍ ຣາ​ເຮີ​ມາ​ນິນ ຜູ່​ຕາງໜ້າຣັດ​ເຊຍ​ໃນ​ກອງປະຊຸມຫົວໜ້າ​ຄະນະ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,ຍ້ອນ​ວ່າ​ຝ່າຍ​ຕ່າງໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ໃນ​ບັນຫາ​ນິວ​ເຄຼຍ​ແຫຼມ​​ເກົາຫຼີ, ກອງ​ປະຊຸມຫົວໜ້າ​ຄະນະ​ຄັ້ງນີ້​ໄດ້​ຈັດ​ຂຶ້ນ​ໃນທ່າມກາງ​ບັນຍາກາດ"​ໄມຕີ​ຈິດ​ຫຼາຍ".

ທ່ານຣາ​ເຮີ​ມາ​ນີນກ່າວ​ວ່າ,​ໃນກອງ​ປະຊຸມຫົວໜ້າ​ຄະນະທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ18ກໍລະກົດ,ຝ່າຍ​ຕ່າງໆ​​ໄດ້​ຫາລື​ບັນຫາ​ຕ່າງໆ​ທີ່​ຖື​ການ​ຊຸກຍູ້​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ເປັນ​ເປົ້າໝາຍ.​ໃຕ້​ສະຖານະ​ການ​ປະຈຸ​ບັນ,ຕ້ອງ​ໃຫ້ຝ່າຍ​ຕ່າງໆຮູ້​ແຈ້ງ​ທິດພະຍາຍາມຂອງ​ຕົນ,ພ້ອມ​ກັບ​ໜ້າ​ທີ່​ຂອງໜ່ວຍ​ງານ​ຕ່າງໆໃນ​ໄລຍະ​ຕໍ່​ໄປ.

ທ່ານ​ກ່າວ​ວ່າ,ປະຈຸ​ບັນ​ຍັງ​ບໍ່​ທັນ​ໄດ້​ວາງ​ຕາລາ​ງ​ເວລາລຶບ​ບົດບາດຂອງ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ສປປ​ເກົາຫຼີ​ເທື່ອ,ກໍບໍ່ສາມາດ​ຄາດຄະ​ເນ​ໝາກຜົນ ​ກອງ​ປະຊຸມ​ຫົວໜ້າ​ຄະນະ​​ທີ່ອາດ​ຈະ​ບັນລຸ​ໄດ້​.

ນອກ​ນີ້​ຂ່າວ​ແຈ້ງວ່າ,ກອງ​ປະຊຸມຫົວໜ້າ​ຄະນະ​ທີ່​ກຳນົດ​ຈະ​ອັດ​ລົງ​ໃນ​ວັນ​ທີ19ກໍລະກົດ ອາດ​ຈະ​ແກ່ຍາວ​ເວລາ​ມື້ໜຶ່ງ.