ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-20 18:35:35    
ຈີນ​ຈະ​ອອກ​ແຮງ​ພັດ​ທະ​ນາ​ໂຄງ​ການ​ປ່າ​ໄມ້​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ດູດ​ເອົາ​ກາກ​ບອນ​ດີ​ອອກ​ສິດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 20 ກໍ​ລະ​ກົດ​ນີ້,​ຢູ່​ປັກ​ກິ່ງ,​ໄດ້​ຈັດພິທີ​ສ້າງ​ຕັ້ງ​ກອງ​ທຶນ​ກາກ​ບອນບໍ່​ມີ​ມົນ​ລະ​ພິດ.​ໃນ​ພິທີ​,ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດຈີນ​ກ່າວ​ວ່າ,ຈີນ​ຈະ​ອອກ​ແຮງ​ພັດ​ທະ​ນາ​ໂຄງການ​ປ່າ​ໄມ້​ທີ່​ມີ​ຈຸດປະສົງ​ເພື່ອ​ດູດ​​ເອົາກາກ​ບອນ​ດີ​ອອກ​ສິດ,ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຫຼຸດຜ່ອນ​ການ​ປ່ຽນ​ແປງ​ຂອງອາກາດ​ແລະ​ຊຸກຍູ້ການກໍ່​ສ້າງຊີວະ​ພາບ.

ທ່ານ​ເຈຍ​ຊີ້​ງລີ​ນກ່າວ​ວ່າ,ການ​ສ້າງ​ກອງ​ທຶນ​ກາກ​ບອນ​ບໍ່​ມີ​ມົນ​ລະ​ພິດ​ຂອງຈີນ​,ຕັ້ງໜ້າ​ປະຕິບັດ​ໂຄງການ​ປ່າ​ໄມ້​ຄື​ການ​ປູກ​ໄມ້​ສ້າງ​ປ່າ​ແລະ​ອື່ນໆທີ່​ມີ​ຈຸດປະສົງ​ໃຫ້​ປ່າ​ໄມ້ດູດຮັບ​ເອົາ​ອາຍ​ພິດ​ເຮືອນ​​​ແກ້ວ​ຫຼາຍ​ກວ່າ​​ເກົ່າ,ນີ້​ແມ່ນ​ບາດກ້າວສຳຄັນຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ອາກາດ.ຈີນ​ຈະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ແລະຂະໜາດ​ກາງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​​ແລະການ​ນຳ​ໃຊ້​ໂຄງການ​ປ່າ​ໄມ້​ທີ່​ມີ​ຈຸດປະສົງ​ເພື່ອ​ດູດ​ເອົາ​ກາກ​ບອນ​ດີ​ອອກ​ສິດ,​ປະຕິບັດ​ໜ້າ​ທີ່​ແລະ​ພັນທະ​ຂອງ​ຕົນ​ເພື່ອ​ຫຼຸດຜ່ອນ​ກາ​ນປ່ຽນ​ແປງ​ຂອງ​ອາກາດ​ແລະ​ປົວ​ແປງ​ສິ່ງ​​ແວດ​ລ້ອມ​ຊີວະ​ພາບ​ໃຫ້​ດີ​ຂຶ້ນ.