ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-24 18:50:37    
ຜູ້​ຮັບ​ຜິດ​ຊອບ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງ​ລັດຖະບານ​ຈີນ​ຊີ້​ອອກ​ວ່າ ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຂອງ​ທ່ານເຊີນ​ສຸຍ​ປຽນ​ທີ່​ຮ້ອງ​ຂໍ​ເຂົ້າ​ຮ່ວມອົງການສະຫະ​ປະຊາ​ຊາດ​ໃນ​ນາມ​ໄຕ້​ຫວັນ​ນັ້ນ​ຈະ​ເສຍ​ໄຊ​ຢ່າງ​ແນ່ນອນ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 24 ກໍລະກົດ​ນີ້,ຜູ້​ຮັບຜິດຊອບຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງ​ລັດຖະບານ​ຈີນ​ຊີ້ອອກ​ວ່າ,ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຂອງ​ທ່ານເຊີນ​ສຸຍ​ປຽນ​ທີ່​ຮ້ອງ​ຂໍ​ເຂົ້າ​ຮ່ວມອົງການສະຫະ​ປະຊາ​ຊາດ​ໃນ​ນາມ​ໄຕ້​ຫວັນ​ນັ້ນ​ຈະຕ້ອງ​ເສຍ​ໄຊ​ຢ່າງ​ແນ່ນອນ.

ວັນ​ທີ 19 ກໍລະກົດ​ນີ້,ທ່ານ​ເຊີນ​ສຸຍ​ປຽນ​ໄດ້​ຍື່ນ​ອັນ​ທີ່​ວ່າໃບ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ສະຫະ​ປະຊາ​ຊາດ​ໃນ​ນາມ​ໄຕ້​ຫວັນ​ໃຫ້​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ.ສຳນັກ​ເລຂາ​ອົງການສະຫະ​ປະຊາ​ຊາດ​ໄດ້​ສົ່ງໃບ​ຮ້ອງ​ຂໍຄືນ​ໃຫ້​ທ່ານ​ເຊີນ​ສຸຍ​ປຽນ​ໃນ​ທັນທີ​ຕາມ​ມະຕິ​ເລກ 2758 ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ຫຼັກ​ໝັ້ນ​ຈີນ​ດຽວ​ທີ່​ສະຫະ​ປະຊາ​ຊາດ​ໄດ້​ຍຶດໝັ້ນ​ຕະຫຼອດ​ມາ. ຜູ້​ຮັບຜິດຊອບຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງ​ລັດຖະບານ​ຈີນ​ຊີ້ອອກ​ວ່າ,ຄວາມ​ເປັນ​ຈິງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,ປະຊາ​ຄົມ​ໂລກ​ຮັບຮູ້ໂດຍ​ທົ່ວ​ໄປ​ວ່າ,​ໃນ​ໂລກ​ນີ້​ມີ​ແຕ່ປະ​ເທດ​ຈີນ​ດຽວ.ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ທີ່​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ສະຫະ​ປະຊາ​ຊາດ​ໃນ​ນາມ​ໄຕ້​ຫວັນນັ້ນ,ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ເປັນ​ຈິງ​ທີ່ໄຕ້​ຫວັນ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຜືນ​ແຜ່ນດິນ​ຂອງ​ຈີນ,​ແລະກໍ່​ບໍ່​ສາມາດ​ປ່ຽນ​ແປງ​ຖານະ​ຂອງ​ໄຕ້​ຫວັນ​ໃນ​ປະຊາ​ຄົມ​ໂລກ.