ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-27 17:01:27    
ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຂອງ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ 2007 ອັດ​ລົງ​​ແລ້ວ

cri Author: mo
ຕາມ​ຂ່າວ​CRI: ວັນ​ທີ 27 ກໍລະກົດ​ນີ້, ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດຂອງ​ບໍລິ​ເວັນ​ອ່າວ​ພາກ​ເໜືອ​ 2007 ທີ່​ຈັດ​ຂຶ້ນຢູ່​​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ.

ໃນ​ພິທິອັດ​​ເວ​ທີ​ປາ​ໄສ, ທ່ານ​ເສີນ​ອູ ຮອງ​ປະທານ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ໄດ້​ຕາງໜ້າ​​ໃຫ້ເຈົ້າພາບ​ອ່ານ​ຖະ​ແຫຼງການ​ຂອງ​​ເວທີ​ປາ​ໄສ. ຖະ​ແຫຼງການ​ຊີ້​ອອກ​ວ່າ, ການ​ຮ່ວມ​ມື​ເສດຖະກິດ​ຂອງ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ໄດ້​ຈາກ​​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໄປ​ສູ່​ພຶດຕິ​ກຳ​ຕົວ​ຈິງ, ຝ່າຍ​ຕ່າງໆ​ຕ້ອງ​ປະຕິບັດ​ຕາມຫຼັກການ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ຕິດ​ແທດ​ຕົວ​ຈິງ ຄ່ອຍ​ເປັນ​ຄ່ອຍ​ໄປ ​ແລະ​​ປອດ​ໃສ, ຊຸກ​ຍູ້​ໃຫ້​ອຸດສາຫະກຳ​ຂອງ​ພາກ​ພື້ນ​ເລື່ອນ​ຊັ້ນ​ແລະ​ໃຫ້ການ​ຄ້າ​ການ​ລົງທຶນ​ສະດວກກວ່າ​ເກົ່າ, ຊຸກ​ຍູ້​ການ​ສ້າງການ​ສິນ​ເຊື່ອ​ແລະ​ສະຖານລະດົມ​ທຶນຢູ່​ພາຍ​​ໃນ​ພາກ​ພື້ນ.

ວັນ​ທີ 26 ກໍລະກົດ​ນີ້, ທ່ານ​ສີ​ນິງນິງ ຮອງ​​ເລຂາທິການ​ໃຫຍ່​ປະຈຳ​ຂອງ​ສະພາ​ການ​ຄ້າ​ຈີນ​ອາ​ຊຽນກ່າວ​ວ່າ, ​ເມື່ອ​ຮອດປີ 2010, ສິນຄ້າ​ຂອງ​ຈີນ​ແລະ​ອາຊຽນກາຍ 90% ຂຶ້ນ​ໄປ​ຈະ​​ບໍ່​ເສຍ​ພາສີ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈະ​ບັນລຸ 200 ຕື້​ໂດ​ລາກ່ອນ​ເວລາ​ກຳນົດ 2ປີ​.