ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-31 19:54:09    
ກວາງຊີ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ປະ​ເທດ​ອາ​ຊຽນ

cri Author: mo
ຕາມ​ຂ່າວສານ​ຈີນ: ວັນ​ທີ 31 ກໍລະກົດ​ນີ້, ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ, ​ໄດ້​ຈັດ​ພິທີ​ຮຽນ​ຈົບ​ຊຸດ​ອົບຮົມ​ຊັ້ນສູງ​ຂອງ​ພະນັກງານຊາວ​ໜຸ່ມສາກົນ​ຊຸດ​ທິ 8 ຄື​ຊຸດ​ພະນັກງານ​ລາວ​ແລະ​ເປີດ​ຊຸດ​ອົບຮົມ​ຊັ້ນສູງ​ຂອງ​ພະນັກງານ​ຊາວ​ໜຸ່ມສາກົນ​​ຊຸດ​ທີ 9ຄື​ຊຸດ​ພະນັກງານກຳປູ​ເຈຍ​ແລະ​ມຽນມາ.

ໃນ​ພິທີ​ດັ່ງກ່າວ, ທ່ານ​ນີຈ້ຽນ ຫົວໜ້າ​ຄະນະ​ພົວພັນກັບ​ຕ່າງປະ​ເທດຂອງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ຈີນ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​ທີ່​ເພີ່ມ​ທະວີ​ການ​ແລກປ່ຽນຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ກັບ​ອາ​ຊຽນ.

ຫົວໜ້າ​ຄະນະ​ຜູ້​ແທນລາວ​ໄດ້ກ່າວ​ວ່າ, ​ໃນ​ໄລຍະ​ຢູ່​ຈີນ​ທີ່​ເປັນ​ເວລາ 2 ​ເດືອນ, ບໍ່ພຽງ​ແຕ່​ໄດ້​ຮຽນ​ເສດຖະກິດ ການ​ຕ່າງປະ​ເທດ ​ແລະ​ການສ້າງສາທໍ່​ນັ້ນ, ຍັງ​ໄດ້​ໄປ​ທັດສະນະ​ສຶກສາ​ຢູ່​ປັກ​ກິ່ງ​ແລະ​ແຫ່ງ​ອື່ນໆ​ຂອງ​ຈີນ, ​ໄດ້​ສຳຜັດ​ກັບວັດທະນະທຳ​ຈີນ​ແລະ​ການ​ພັດທະນາ​ຂອງ​​ເສດຖະກິດ​ຈີນ​ໂດຍ​ຕົນ​ເອງ, ຂ້າພະ​ເຈົ້າຈະ​ນຳ​ເອົາ​ຄວາມ​ຮູ້​ແລະ​ບົດຮຽນ​ອັນ​ລ້ຳ​ຄ່າ​ກັບ​ເມືອ​ລາວ, ​ເພື່ອ​ປະກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮ່ວມ​ມື​​ດ້ວຍໄມຕີ​ຈິດ​ກັບ​ຈີນທີ່​ເປັນ​​ປະ​ເທດ​ບ້ານ​​ໃກ້​ຄຽງ​.

ຕາມ​ຊາບ​ວ່າ, ຊຸດ​ອົບ​ຮົບ​ພະນັກງານ​ຊາວ​ໜຸ່ມ​ຊັ້ນສູງ​ສາກົນ​ແມ່ນ​ຈີນ​ແລະ​ປະ​ເທດ​ອາ​ຊຽນຮ່ວມ​ກັນ​ປຶກສາ​ຕົກລົງ​ຈັດ​ຂຶ້ນ ​ເພື່ອ​ເພີ່ມ​ທະວີ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຊາວ​ໜຸ່ມ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ​ແລະ​ຊຸກ​ຍູ້​ການ​ພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນລະຫວ່າງ​ປະ​ເທດ​ໃກ້​ຄຽງ. ​ນັບແຕ່​​ເດືອນ​ກັນຍາ​ປີ 2002 ​ເປັນຕົ້ນມາ, ​ເລີ່​ມຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ແລກປ່ຽນ​ຊາວ​ໜຸ່ມ​ສາກົນ​ກວາງຊີ​ຈີນ, ​ຈັດ​ຂຶ້ນປີ​ລະ​ເທື່ອ. ປັດຈຸບັນ, ​​ມີ​ເຈົ້າໜ້າ​ທີ່​ຊາວ​ໜຸ່ມ 200 ກວ່າ​ຄົນ​ທີ່​ມາ​ຈາກ​​ລາວ ຫວຽດນາມ ກຳປູ​ເຈຍ ​ແລະ​ອິນ​ໂດ​ເນ​ເຊຍ​ເປັນຕົ້ນ​ໄດ້ເຂົ້າຮ່ວມການ​ຮໍ່າຮຽນ​ແລະ​ແລກປ່ຽນ.