ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-01 19:00:26    
ເສັ້ນທາງ​ແລ່ນສົ່ງທວນ​ໄຟ​ງານກິລາ​ໂອ​ລິ​ມປິກພິ​ເສດ​ກຳນົດ​ໄວ້ຄັກ​ແນ່​ແລ້ວ,ຈະມາ​ຮອດ​ຈີນ​ໃນ​ວັນ​ທີ26ກັນຍາ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ1ສິງຫາ​ນີ້ ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​​ໂອ​ລິ​ມ ປິກພິ​ເສດ​ໂລກ​ຊຽງ​ໄຮ້​ໄດ້​ປະກາດ​ເສັ້ນທາງ​ແລ່ນສົ່ງທວນ​ໄຟງານກິລາ​ໂອ​ລິ​ມປິກ ພິ​ເສດ​ຢູ່​ປັກ​ກິ່ງ,ທວນ​ໄຟງານກິລາ​ໂອ​ລິ​ມປິກພິ​ເສດຈະ​ສົ່ງ​ມາ​ຮອດ​ປັກ​ກິ່ງ​ໃນ​ວັນ​ທີ26ກັນຍາ.

ນັກ​ກິລາ​ເລືອກ​ເຟັ້ນທີ່​ແລ່ນ​ສົ່ງທວນ​ໄຟງານ​ກິລາ​ໂອ​ລິ​ມປິກ​ພິ​ເສດຕົ້ນຕໍ​ແມ່ນ​ປະກອບ​ດ້ວຍ​ຜູ່​ປະຕິບັດ​ກົດໝາຍ​ຄື​ຕຳຫຼວດ​ເປັນຕົ້ນ,ສະນັ້ນ ອົງການຈັດ​ງານ​ກິລາ​ໂອ​ລິ​ມປີກພິ​ເສດສາກົນຈຶ່ງ​ຕັ້ງຊື່​​ໃຫ້"ການ​ແລ່ນສົ່ງທວນ​ໄຟ​ໂດຍຜູ່​ປະຕິບັດ​ກົດໝາຍ". ​ແຕ່​ກ່ອນ ການ​ແລ່ນ​ສົ່ງ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກພິ​ເສດ ສຳຄັນ​ແມ່ນຈັດ​ຂຶ້ນຢູ່​ປະ​ເທດ​ເຈົ້າພາບ,​ແຕ່​ການ​ແລ່ນ​ສົ່ງທວນ​ໄຟ​ຄັ້ງນີ້​ໄດ້​ເພີ່ມ​ເສັ້ນທາງຕອນ​ຢູ່​ຕ່າງປະ​ເທດ,ຈັດ​ຂຶ້ນ​ໃນ​ໄລຍະ​​ແຕ່​ວັນ​ທີ29ມິຖຸນາ​ຮອດ​ວັນ​ທີ25ກັນຍາ.

ງານ​ກິລາ​ໂອ​ລິ​ມປິກພິ​ເສດ​ຂອງໂລກຢູ່​ຊຽງ​​ໄຮ້ປີ2007ຈະ​ໄຂ​ຂຶ້ນ​ຢູ່​​ຊຽງ​ໄຮ້​ຈີນ​ໃນ​ວັນ​ທີ2ຕຸລາ,​ເທື່ອ​ນີ້ ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຂອງໂລກ​ໄດ້​ຈັດຢູ່​ປະ​ເທດພວມ​ພັ​ດທະນາ​ແລະ​ປະ​ເທດ​ອາຊີ​​ເປັນຄັ້ງທຳ​ອິດ,ມີ​ຂະໜາດ​ໃຫຍ່​ກວ່າ​ທຸກ​ຄັ້ງ​ໃນ​ປະຫວັດສາດ.