ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-06 16:59:22    
ຝ່າຍ​ຈີນ​ກ່າວ​ວ່າ,​ການ​ຊ້ມ​ລົບ​ຮ່ວມ​ຕ້ານ​ການ​ກໍ່ການ​ຮ້າຍ​ທີ່ມີ​ຊື່ວ່າ"ພາ​ລະ​ກຳ​ສັນ​ຕິ​ພາບ-2007"ບໍ່ແນ​ໃສ່ປະ​ເທດ​ອື່ນ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ6ສິງ​ຫາ​ນີ້ ເຈົ້າໜ້າ​ທີ່ກະ​ຊວງ​ປ້ອງ​ກັນປະ​ເທດຈີນ​ກ່າວ​ວ່າ,ການ​ຊ້ມລົບ​ຮ່ວມ​ຕ້ານ​ການ​ກໍ່ການ​ຮ້າຍ​ທີ່ມີ​ຊື່ວ່າ"ພາລະ​ກຳສັນ​ຕິ​ພາບ-2007" ​ເຊິ່ງ​ແມ່ນ​ກອງ​ປະກອບ​ອາວຸດ​ຂອງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຈັດ​ຂຶ້ນ​ນັ້ນ​ບໍ່ແນ​ໃສ່ປະ​ເທດ​ອື່ນ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ ພົນ​ຕີ​ຊຽນລີ້​ຮວາ ຮອງ​ຜູ່​ກຳກັບການ​ຊ້ອມ​ລົບຂອງ​ຝ່າຍ​ຈີນ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ຕ່າງປະ​ເທດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ,ການ​ຊ້ອມ​ລົບ​ຮ່ວມ​ເທື່ອ​ນີ້​ແມ່ນການ​ເຄື່ອນ​ໄຫວອັນ​ສຳຄັນ​ທີ່​ປະ​ເທດ​ສະມາ ຊິກ​ຕ່າງໆ​ພ້ອມ​ກັນ​ຮັບ​ມື​ກັບ​ການຂົ່ມຂູ່​ໃໝ່​ແລະ​ການ​ທ້າ​ທາຍ​​ໃໝ່,ປົກ​ປັກ​ຮັກສາ​ຄວາມໝັ້ນຄົງແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ຊຸກຍູ້​ໃຫ້​ພ້ອມ​ກັນ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ,​ໂຈມ​ຕີ​ແລະນາບ​ຂູ່ລັດທິ​ກໍ່​ການ​ຮ້າຍ ລັດທິ​​ແບ່ງ​ແຍກ ​ແລະ​ລັດທິ​ຫົວ​ຮຸນ​ແຮງ.ການ​ຊ້ອມ​ລົບ​ບໍ່​ແນ​ໃສ່​ປະ​ເທດ​ອື່ນ,ບໍ່​ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດອື່ນໆ​ນອກຈາກ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້.

ທ່ານ​ກ່າວ​ວ່າ,​ໂດຍ​ຜ່ານ​ການ​ຊ້ອມ​ລົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ໂດຍ​ສອງ​ຝ່າຍ​ຫຼື​ຫຼາຍ​ຝ່າຍ,ກຳລັງ​ປະກອບ​ອາວຸດ​ຂອງ​ປະ​ເທດ​ສະມາ​ຊິກ​ຕ່າງໆ​ໄດ້​ຍົກ​ສູງ​ຄວາມ​ສາມາດຂອງ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ການຂົ່ມຂູ່​ໃໝ່​ແລະ​ການ​ທ້າ​ທາຍ​ໃໝ່,ຍົກ​ສູງລະດັບ​ເຝິກ​ແອບ​​ແລະຄວາມ​ສາມາດປະສານ​ງານ.