ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-06 17:22:16    
ວຽກ​ງານ​ກະ​ກຽມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ພວມ​ດຳ​ເນີນ​ຕາມ​ແຜນ​ການ​ຢ່າງ​ສະ​ດວກ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 6 ສິງຫາ​ນີ້, ທ່ານ​ວາງ​ເວີຍ ຮອງ​ປະທານ​ປະຕິບັດ​ທັງ​ເປັນ​ເລຂາ​ທິການຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ວຽກ​ງານ​ກະກຽມ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ພວມດຳ​ເນີນ​ຕາມ​ແຜນການ, ​​ໄດ້​ບັນລຸ​ເປົ້າ​ໝາຍ​ໃນ​ໄລຍະ​ຕ່າງໆ​ຕາມ​ເວລາ​ກຳນົດ, ​​ໄດ້​ສ້າງພື້ນຖານ​ທີ່ໄວ້ໃຈໄດ້​ເພື່ອ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ສີສັນ​ພິ​ເສດ​ແລະ​ລະດັບ​ສູງ.
​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ໂດຍ​ຫ້ອງການ​ຖະ​ແຫຼງ​ຂ່າວ​ລັດຖະບານ, ທ່ານ​ວາງ​ເວີຍ​ແລະ​ທ່ານ​ຈຽງ​ຊ້ຽວຢູ ຮອງ​ປະທານ​ປະຕິບັດ​ງານ​ສອງຄົນ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ແນະນຳ​ຄວາມ​ຄືບ​ໜ້າຫຼ້າສຸດ​ຂອງ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອລິມປິກ​ປັກກິ່ງ​ປີ 2008.

ງານກິລາໂອລິມປິກປັກກິ່ງ​ຈະ​ໃຊ້​ສະໜາມ​ແຂ່ງຂັນ​ 37 ​ແຫ່ງ. ປະຈຸ​ບັນ, ສະໜາມກິລາ​ຂອງ​ສູນ​ກິລາ​ໂອ​ລິ​ມປິກ​ເມືອງ​ຊິງ​ຮວງ​ຕາວ, ສະໜາມກິລາ​ຂອງ​ສູນ​ກິລາ​ໂອ​ລິ​ມປິກ​ເມືອງ​​ເຊິ​ງຢາງ, ສະໜາມ​ແຂ່ງການ​ຂີ່​ມ້າ​ຮົງ​ກົງ​​ໄດ້​ສ້າງສຳ​ເລັດ​ແລ້ວ. ສະໜາມ​ກິລາ​ທີ່​ສ້າງໃໝ່ 12 ແຫ່ງ, ເຊັ່ນ: ສະໜາມກິລາ​ແຫ່ງ​ຊາດ​,​ ສູນລອຍ ນ້ຳ​ແຫ່ງຊາດຢູ່ປັກ​ກິ່ງ​ເປັນຕົ້ນ​ກໍ່​ໄດ້ສ້າງ​ໂຄງ​ລ່າງ​ຕົ້ນຕໍສຳ​ເລັດ​ແລ້ວ. ​ໂຄງການ​ດັດແປງ​ແລະ​ຂະຫຍາຍສ້າງ 11 ​ໂຄງການ, ​ໂຄງການ​ສ້າງ​ຊົ່ວຄາວ 8 ​ໂຄງການ​ກໍ່​ໄດ້​ເລີ່​ມສ້າງ​ແລ້ວ. ນອກຈາກ​ໂຄງການ​ສະໜາມກິລາ​ແຫ່​ງຊາດ​ຈະ​ສ້າງ​ສຳ​ເລັດ​ໃນ​ຕົ້ນ​ປີ 2008 ຍ້ອນພິທີ​ໄຂ​ງານ​ແລ້ວ, ສະໜາມ​ກິລາ​ອື່ນໆ​ລ້ວນ​ແຕ່​ຈະ​ສ້າງ​ສຳ​ເລັດ​ກ່ອນ​ທ້າຍ​ປີ 2007.

ຮອງ​ປະທານ​ສອງ​ທ່ານ​ຍັງ​ແນະນຳ​ວ່າ, ວຽກ​ງານ​ກະກຽມ​ໃນ​ດ້ານ​ອື່ນໆ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ພວມ​ດຳ​ເນີນ​ຢ່າງ​ສະດວກ​ຢູ່.