ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-08 10:32:28    
ທ່ານ​ເວີນ​ເຈ່ຍ​ປາວ​ຝາກ​ໂທ​ລະ​ເລກ​ໄປ​ຍັງ​ທ່ານ​ລີ​ຊຽນ​ລົງ​ອວຍ​ພອນ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 40 ປີ

cri
ຕາມ​ຂ່າວ cri:ວັນ​ທີ 8 ສິງຫາ​ນີ້,ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຝາກ​ໂທລະ​ເລກ​ໄປ​ຍັງ​ທ່ານ​ລີ​ຊຽນລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ປະ​ທານ​ສະຫະພັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ຫລື​ອາ​ຊຽນ,​ເພື່ອ​ສະ​ແດງ​ຄວາມ​ອວຍ​ພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ອາ​ຊຽນ​ໃນ​ວັນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 40 ປີ.

​ໃນ​ໂທລະ​ເລກ​ອວຍ​ພອນ,ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ,​ໃນ 40 ປີ​ມາ​ນີ້,ອາຊຽນ​ໄດ້​ພະຍາຍາມ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ເຕີບ​ໂຕ,ສັງ​ຄົມ​ກ້າວ​ຫນ້າ​ແລະ​ວັດ​ທະ​ນະ​ທຳ​ພັດທະນາ,ຕັ້ງຫນ້າ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ສົ່ງ​ເສີມ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,​ແລະ​ໄດ້​ຮັບ​ຜົນຳ​ເລັດ​ທີ່​ສຳ​ຄັນ​ຕ່າງໆ.ທ່ານ​ອວຍພອນ​ຢ່າງ​ຈິງ​ໃຈ​ໃຫ້ປະຊາ​ຄົມ​ອາ​ຊຽນ​ທີ່​ຖື​ເສດຖະກິດ ຄວາມ​ປອດ​ໄພ ສັງຄົມ​ແລະ​ວັດທະນະທຳ​ເປັນ​ສາມ​ເສົາຄ້ຳ​ໃຫຍ່​ສ້າງ​ຕັ້ງ​ຂຶ້ນ​ຕາມ​ແຜນການ ໃນ​ປີ 2015,​ ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນຕື່ມ​ອີກ.

ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ເພື່ອນ​ບ້ານທີ່​ດີ ຫມູ່ຄູ່​ທີ່​ດີແລະ​ເພື່ອນ​ທີ່​ດີ​ຂອງ​ອາ​ຊຽນ, ຈີນ​ຈະ​ເຮັດ​ຄື​ແກ່​ເກົ່າ​ທີ່​ຜ່ານ​ມາ, ຍຶດຫມັ້ນຖືກຕ້ອງ​ປອງ​ດອງ​ກັບປະ​ເທດ​ໃກ້​ຄຽງ, ຖືປະ​ເທດ​ໃກ້​ຄຽງ​ເປັນ​ຫມູ່​ເພື່ອນ,​ເພີ່ມ​ທະວີ​ມິດຕະພາບກັບບ້ານ​ໃກ້​ເຮືອນ​ຄຽງ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ສະຫນັບ​ສະ​ຫນູນ​ຂະ​ບວນວິວັດ​ຫັນ​ເປັນ​ເອກະ​ພົບ​ດຽວ​ຂອງ​ອາ​ຊຽນແລະ​ບົດບາດ​​ນຳ​ທາງ​​ໃນ​ການ​ຮ່ວມ​ມື​ພາກ​ພື້ນ,ທຳ​ຄວາມ​ພະຍາຍາມ​ພ້ອມ​ກັບ​ອາຊຽນ, ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວເຖີງລະດັບ​ໃຫມ່,​ແລະ​ຕັ້ງຫນ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ອາຊີ​ທີ່​ມີ​ສັນຕິພາບ ​ໄດ້ຜົນ​ປະ​ໂຫຍ​ດນຳ​ກັນ​ແລະ​ກົມກຽວ​ກັນ.