ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-09 20:41:59    
ທ່ານ​ຫູ​ຈິນ​ທາວ​ຈະ​ໄປ​ຢ້ຽມ​ຢາມ​ກຽກ​ກີ​ຊີ​ສະ​ຖານ​ໃນ​ໄວໆ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ

cri
ຕາມ​ຂ່າວCRI,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ກຽກ​ກີ​ຊີ​ສ​ຖານ​ແຕ່​ວັນ​ທີ​14​ຮອດ​ວັນ​ທີ​18​ສິງຫາ​ນີ້,​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທີ7​ຂອງ​​ອົງການ​ຮ່ວມ​ມື​ຊຽງ​​ໄຮ້ທີ່​ຈັດ​ຂຶ້ນ​ຢູ່​ບິ​ສ​ເຄັກ​ແຫ່ງ​ກຽກ​ກີ​ຊີສ​ຖານ,​ແລະ​ໄປ​ຣັດ​ເຊຍ​ຊົມ​ເບິ່ງ​ການ​ຊ້ອມ​ລົບ​ປະ​ສົມ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ແລະ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ກາ​ຊັກ​ສະຖານ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ9​ສິງຫາ​ນີ້,ທ່ານ​ຫຼີ​ຮຸ່ຍ ຜູ່​ຊ່ວຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ກິດຈະກຳ​ທາງ​ການ​ທູດ​ທີ່​ສຳ​ຄັນ​ຂອງ​ຈີນ​ໃນ​ປີ​ນີ້. ​ມີ​ຜົນ​ດີ​ຕໍ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງ​ໆ​ລະ​ຫວ່າງ​ປະ​ເທດ​ສະມາ​ຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້,​ຊຸກ​ຍູ້​ອົງ​ການ​ດັ່ງກ່າວ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານ,ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ຣັດ​ເຊຍ,​ລົງ​ເລິກ​ການ​ພົວ​ພັນ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮຶອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ຈີນ​ກຽກ​ກີ​ຊີ​ສະ​ຖານ​ແລະ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ກາ​ຊັກ​ສ​ຖານ,​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ສາກົນ​ກໍ​ຄື​ຂອງ​ພາກ​ພື້ນ​ແລະ​ກໍ່​ສ້າງ​ພາກ​ພື້ນ​ທີ່​ກົມກຽວ​ກັນ.