ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-10 20:06:49    
ຈີນ​ໄດ້​ວາງ​ມາດ​ຕະ​ຖານ​ອະ​ນາ​ໄມ​ຂອງ​ອາ​ຫານ​400​ກວ່າ​ລາຍ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ10​ສິງຫາ​ນີ້,ທ່ານ​ມາວ​ຊຸນ​ອ່ານ​ໂຄ​ສົກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ຊີ້​ອອກ​ວ່າ,ປັດຈຸບັນ,ຈີນ​ໄດ້​ວາງ​ມາດຕະຖານ​ອະນາ​ໄມ​ຂອງ​ອາ​ຫານ​400​ກວ່າ​ລາຍ​ແລ້ວ,​ເຊິ່ງ​ໄດ້​ກວມ​ຕົວ​ເລກຄາດໝາຍ​ຄວາມ​ປອດ​ໄພດ້ານອະນາ​ໄມ​ຊະນິດ​ຕ່າງໆ​ຂອງ​ອາ​ຫານ​ການ​ກິນ​ເຊິ່ງ​ຈາກ​ວັດ​ຖຸ​ດິບ,​ເຄື່ອງ​ປຸງ​ແຕ່ງ​ລົດ​ຊາດ​ແລະ​ສີ​ສັນ​ຈົນ​ຮອດ​ຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ,​ທັງ​ໄດ້​ກວມ​ເອົາ​ຄວາມ​ຮຽກ​ຮ້ອງ​ດ້ານ​ອະນາ​ໄມ​ໃນ​ຂະ​ບວນ​ການ​ການ​ຜະ​ລິດ​ແລະ​ທຸລະ​ກິດ​ອາ​ຫານ​ການ​ກິນ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​10​ສິງ​ຫາ​ນີ້,ທ່ານ​ມາວ​ຊຸນ​ອ່ານ​ກ່າວ​ເນັ້ນ​ວ່າ,​ລະ​ບົບ​ມາດ​ຕະ​ຖານ​ອະ​ນາ​ໄມ​ຂອງ​ອາ​ຫານ​ຈີນ​ແມ່ນ​ຄື​ກັນ​ກັບ​ສາ​ກົນ.

ທ່ານ​ກ່າວ​ວ່າ,​ໃນ​ຕໍ່ໜ້າ,ຈີນ​ຈະ​ເພີ່ມ​ທະວີ​ການປະສານ​ງານ​ໃຫ້​ມາດ​ຕະ​ຖານ​ອະ​ນາ​ໄມ​ຂອງ​ອາຫານ​ກາ​ນກິນ​ຊະນິດ​ຕ່າງໆ​ເປັນ​ເອກະ​ພາບ​ກັນ,​ເນັ້ນ​ໜັກ​ເຮັດ​ວຽກ​ສ້າງ​ແລະ​ປັບ​ປຸງ​ມາດ​ຕະ​ຖານ​ຕ່າງໆ​ເຊັ່ນ​ຈຸລິນ​ຊີ​ໃນ​ອາ​ຫານ,​ສິ່ງ​ມົນ​ລະ​ພິດ​ໃນ​ອາ​ຫານ,​ເຄື່ອງ​ປຸງ​ໃນ​ອາ​ຫານ,​ເຄື່ອງ​ບັນ​ຈຸ​ແລະ​ວັດ​ຖຸ​ຫຸ້ມ​ຫໍ່​ອາ​ຫານ​.