ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-13 17:22:15    
ຈີນ​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ດາວ​ທຽມ​ຊື່​ດາວ​ໄຖ​ເອົາ​ເອງ​ເພື່ອ​ຊີ້​ທິດ​ການ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ເຄ​ມີ​ທີ່​ອັນ​ຕະ​ລາຍ

cri

ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ຢູ່​ປັກ​ກິ່ງ, ລະບົບ​ຕິດຕາມ​ຄວບ​ຄຸມ​ບັນຊາ​ການ​ຂົນ​ສ່ົງ​ດ້ວຍ​ດາວ​ທຽມ​ຊື່ວ່າ​ດາວ​ໄຖ ​ເຊິ່ງ​ເປັນ​ລະບົບ​ຊີ​ທິດ​ດ້ວຍ​ດາວ​ທຽມ​ບັນຊາ​ການ​ຂົນ​ສົ່ງ​ຜະລິດ​ຕະພັນ​ເຄມີ​ທີ່​ອັນຕະລາຍ​ທີ່​ຈີນ​ຄົ້ນຄວ້າຜະລິດ​ເອງ​ນັ້ນ​ໂດ້ຜ່ານ​ການກວດ​ສອບ​ຂອງ​ຜູ່​ຊ່ຽວຊານ.

ຕາມ​ຊາບ​ວ່າ, ລະບົບ​ດາວ​ທຽມ​ຊຸດ​ນີ້​ຜ່ານ​ເຄື່ອງ​ສົ່ງ​ສັນຍານ​ທີ່​ຕິດຕັ້ງຢູ່​ໃນ​ລົດ​ຂົນ​ສົ່ງ​ຜະລິດ​ຕະພັນ​ເຄມີ​ທີ່​ອັນ​ຕະລາຍ​ທຸກ​ຄັນ,ດາວ​ທຽມ​ຂອງ​ສູນ​ບັນຊາ​ການ​ສາມາດ​ຄວບ​ຄຸມ​ລົດ​ທີ່​ຂົນ​ສົ່ງ​ສິ່ງ​ອັນຕະລາຍ​ໃນ​ລົດ​ຢ່າງຮອບ ດ້ານ, ຕິດຕາມ​ສະພາບ​ຂອງ​ຜູ່​ຂັບ​ລົດ​ບັນທຸກ​ເຄື່ອງ​ເຄມີ​ທີ່​ອັນຕະລາຍ​ໃນ​ທຸກ​ເວລາ,ຖ້າວ່າ​ລົດ​ປ່ຽນ​ເສັ້ນທາງ​ຫລື​ເກີດ​ອຸບັດ​ຕິ​ເຫດ,ສູນ​ບັນຊາ​ການ​ກໍ່​ຈະ​ສົ່ງ​ສັນຍານ​ໄພ​ໃນ​ທັນທີ,​ແລະ​ຍັງ​ສາມາດ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ນຳ​ກຳລັງ​ທີ່​ຢູ່​ໃກ້​ທີ່​ສຸດ.

ນອກ​ນີ້,ລະບົບ​ໃຫມ່​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ​ຊຸດ​ນີ້​ຍັງ​ກ້າວຫນ້າ​ກວ່າ​ລະບບ​ບັນຊາ​ການ​ຂົນ​ສົ່ງ​ເຄື່ອງ​ອັນຕະລາຍດ້ວຍ GPS ​ໃນ​ແຕ່​ກ່ອນ.ການ​ລາຍ​ງານ​ຂໍ້​ມູນ​ຈາກ​ຫນ້າດິນ​ຂຶ້ນ​ຫາ​ດາວ​ທຽມ​ແລະ​ລົງ​ຫາ​ສູນ​ບັນຊາ​ການ​ໃຊ້​ເວລາ​ພຽງ​ແຕ່​ປະມານ 0,01 ວິນາທີ​ທໍ່​ນັ້ນ, ​ເວລາ​ນີ້​ສັ້ນ​ເຂົ້າຢ່າງ​ຫລວງ​ຫລາຍ,ຄວາມ​ພິ​ເສດ​ນີ້​ຢູ່​ໃນ​ກໍລະນີ​ທີ່​ບໍ່​ມີ​ສັນຍານ​ໂທລະສັບ​ມື​ຖື​ຫລື​ໃນ​ກໍລະນີ​ໃຊ້​ໂທລະສັບ​ມື​ຖື​ບໍ່​ໄດ້​ນັ້ນກໍ່​ຍິ່ງ​ເປັນ​ຂໍ້​ໄດ້​ປຽບ​ຫລາຍ.