ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-14 17:12:39    
ຈີນ ອາ​ຊຽນຮ່ວມ​ກັນ​ລະ​ລຶກ​ວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 40 ປີ

cri Author: cai
ຕາມຂ່າວສານ​ຊີ​ນຮວາ:ວັນ​ທີ 13 ສິງຫາ​ນີ້,ງານ​ລ້ຽງຮັບຮອງລະ​ລຶກອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 40 ປີ​ທີ່​ຄະນະ​ກຳມະການ​ອາ​ຊຽນປະຈຳ​ປັກ​ກິ່ງກັບ​ສະມາຄົມ​ຈີນອາ​ຊຽນ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຢາງ​ເຈຍ​ຊື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ເອກ​ອັກຄະ​ລັດຖະທູດ​ຂອງ 10 ປະ​ເທດ​ອາ​ຊຽນປະຈຳ​ຈີນ​ໄດ້​​ເຂົ້າ​ຮ່ວມ​​ເພື່ອຮ່ວມ​ກັນ​ລະ​ລຶກວັນ​ທີ່​ສຳຄັນ​ດັ່ງກ່າວ.

ທ່ານ​ນາງຄ່າ​ຍ ກາ​ຍເມຍ​ລີ ສີ​ໂສດາ ປະ​ທານ​ຄະນະ​ກຳມະການ​ອາ​ຊຽນປະຈຳ​ປັກ​ກິ່ງ ​ເອກ​ອັກຄະ​ລາ​ຊະ​ທູດ​ກຳປູ​ເຈຍ​ປະຈຳ​ຈີນ​ກ່າວ​ວ່າ,ອາ​ຊຽນຍຶດ​ໝັ້ນ​ຫຼັກ​ການ​ແລະ​ເປົ້າ​ໝາຍ​ສັນ​ຕິພາບ ເສລີ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ພັດ​ທະ​ນາ​ໃໝ່​ທີ່​ສຸກ​ງອມ​ແລ້ວ,ປະຈຸ​ບັນ,ພວມ​ອອ​ກ​ແຮງ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ທີ່​ຖື​ເອົາ​ຄວາມ​ໝັ້ນ​ຄົງ ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ສັງ​ຄົມ​ເປັນ 3 ​ເສົາ​ຄ້ຳ​ໃຫຍ່.ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ສະໜັບ​ສະ​ໜູນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​​ເຊື່ອມ​ໂຍງ​ເຂົ້າກັນ.

ທ່ານ​ຢາງ​ເຈຍ​ຊື​ກ່າວ​ວ່າ,​ໃນ 40 ປີ​ມາ​ນີ້,ປະ​ເທດ​ອາ​ຊຽນ​ສາ​ມັກ​ຄີ​ເປັນ​ເອກະ​ພາບ​ກັນ,ບາກ​ບັ່ນ​ຕໍ່​ສູ້,​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳຄັນ​ເປັນພິ​ເສດ​ໃນ​ດ້ານ​ການ​ຊຸກຍູ້​ສັນ​ຕິພາບ​ແລະ​ສະຖຽນ​ລະ​ພາບ ​ຊຸກຍູ້​ໃຫ້​ເສດ​ຖະກິດ​ພັດ​ທະ​ນາ ສັງຄົມ​ກ້າວໜ້າ​ແລະ​ການຮ່ວມ​ມື​ໃນ​ພາກ​ພື້ນ.ອາ​ຊຽນ​ທີ່​ສາ​ມັກຄີ ກ້າວ​ໜ້າ​ແລະຈະ​ເລີ​ນຮຸ່ງ​ເຮືອງ​​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ປາຖະ​ໜາ​ຮ່ວມ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງ​ໆ​ຂອງ​ອາ​ຊຽນ,ສອດ​ຄ່ອງ​ກັບຍຸກ​ສະ​ໄໝ​ແຫ່ງ​ສັນຕິ​ພາບ​​ແລະ​ການ​ພັດ​ທະນາ.ຈີນ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດນຳ​ທາງໃນ​ການລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.