ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-16 16:04:06    
ຈີນ​ໄດ້​ຫຼຸດ​ຫຼືຍົກ​​ເວັ້ນ​ພາສີ​ຜະ​ລິດ​ຕະ​ພັນ 5300 ກວ່າ​ຊະນິດ​ຂອງ​ອາຊຽນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 16 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ວາງ​ຊີ່ນ​ເພີຍ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງກະຊວງ​ການ​ຄ້າ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ສອງ​ປີ​ທີ່​ຜ່ານ​ມາ,ຈີນ​ໄດ້ຫຼຸດ​ຫຼືຍົກ​​ເວັ້ນພາ​ສີຜະລິດ​ຕະພັນ 5375 ຊະນິດ​ຂອງ​ປະ​ເທດ​ອາ​ຊຽນ,ລະດັບ​ພາສີ​ສະ​ເລ່ຍ​ໄດ້​ຫຼຸດ​ຈາກ 9,9% ລົງ​ເຖິງ 5,8%.

ນັບ​ແຕ່​ເດືອນ​ກໍລະກົດ​ປີ 2005 ​ເປັນ​ຕົ້ນ​ມາ,ຈີນ​ກັບ​ອາ​ຊຽນ​ໄດ້​ເລີ່ມປະຕິບັດສັນຍາ​ການ​ຄ້າ​ວັດຖຸ​ໃນ​ເຂດ​ການ​ຄ້າ​ເສລີ.ປະ​ເທດ​ຕ່າງໆ​ຂອງ​ອາຊຽນກໍ່​ໄດ້ຫຼຸດ​ພາສີ​ສະ​ເລ່ຍຕໍ່​ຈີນໃນ​ລະດັບທີ່​ຕ່າງ​ກັນ.ນີ້​ແມ່ນ​ສັນຍາ​ສະບັບ​ທຳ​ອິດ​ທີ່​ມີ​ຈຸດປະສົງ​ບັນລຸ​ການ​ປອດ​ພາສີ​ຜະລິດ​ຕະພັນ​ທີ່​ຈີນ​ເຊັນກັບຕ່າງປະ​ເທດ.ຕາມ​ແຜນການ,​ເມື່ອ​ຮອດ​ປີ 2010,ສອງ​ຝ່າຍ​ຈະ​ຍົກ​ເລີກພາສີຜະລິດ​ຕະພັນ​ສ່ວນ​ຫຼາຍ.

ນັບ​ແຕ່​ປະຕິບັດສັນຍາ​ດັ່ງກ່າວເປັນ​ເວລາສອງ​ປີ​ມາ​ນີ້,ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ໄວ​ເຂົ້າ,ປະຈຸ​ບັນ,ຈີນ​ກັບ​ອາຊຽນຕ່າງ​ເປັນ​ຄູ່​ການ​ຄ້າທີ່​ໃຫຍ່​ທີ 4 ຂອງ​​ກັນ​ແລ້ວ.