ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-19 20:25:43    
ຈີນ​ກ່າວ​ວ່າ​ການ​ຢ້ຽມ​ຢາມ​ກຽກ​ກິສ​ຖານ​ຂອງ​ທ່ານ​ຫູ​ຈິນ​ທາວ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ

cri
ຕາມ​ຂ່າວCRI,ວັນ​ທີ18​ສິງຫາ​ນີ້,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ກາ​ຊັກ​ສະຖານ​ທາງ​ລັດຖະກິດ​ແລ້ວ​ກັບ​ຄືນ​ຮອດ​ນະຄອນ​ປັກ​ກິ່ງ.ກ່ອນ​ໜ້າ​ນີ້,ທ່ານຍັງໄດ້​ຢ້ຽມຢາມ​ກຽກກິ​ສຖານ​ທາງ​ລັດຖະກິດ,​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້,​ໄປຣັດ​ເຊຍ​ເພື່ອ​ຊົມ​ເບິ່ງ​ການ​ຊ້ອມ​ລົບ​ຮ່ວມ​ເພື່ອ​ຕໍ່ຕ້ານ​ລັດທິ​ກໍ່​ກາ​ນຮ້າຍ​ຂອງ​ປະ​ເທດສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້.ທ່ານ​ຢາງ​ເຈ​ສື​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຕິດ​ຕາມ​ທ່ານ​ຫູ​ຈິນທາວ​ໄປ​ຢ້ຽມຢາມ​ນັ້ນ​ກ່າວ​ວ່າ,​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫູ​ຈິນ​ທາວ​ເທື່ອ​ນີ້​ໄດ້​ຮັບ​ໝາກຜົນ​ອັນ​ອຸ​ດົມ​ສົມ​ບູນ​ແລະ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ຫູ​ຈິນທາວ​ແມ່ນ​ການ​ຢ້ຽມ​ຢາມ​ທີ່​ສຳ​ເລັດ​ຜົນ​ເທື່ອ​ໜຶ່ງ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ນຳ​ກັນ,​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ຈີນ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ກຽກ​ກິສ​ຖານ,​ກາ​ຊັກ​ສະ​ຖານ​ແລະ​ຣັດ​ເຊຍ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ,​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ສາ​ກົນ​ແລະ​ພາກ​ພື້ນ,​ສ້າງ​ພາກ​ພື້ນ​ທີ່​ກົມ​ກຽວ​ກັນ,​ແລະ​ກໍ່​ຍ່ອມ​ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ຍາວ​ນານ ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້.