ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-22 18:22:12    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ສປປ​ລາວ​ເດີນ​ທາງ​ໄປ​ມາ​ຮອດ​ປັກ​ກິ່ງ​ເພື່ອ​ຢ້ຽມ​ຢາມ​ຈີນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ: ຕອນ​ບ່າຍ​ວັນ​ທີ 22 ສິງຫາ​ນີ້,ພະນະທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສປປ​ລາວ​ໄດ້​ເດີນທາງ​ມາຮອດ​ປັກ​ກິ່ງ, ​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ​ຫນຶ່ງ​ອາທິດ.

​ໃນ​ໄລຍະ​ຢ້ຽມຢາມ, ພະນະທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ ພະນະທ່ານ​ອຸ​ປ່າງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຕ່າງ​ຈະ​ພົບ​ປະ​ພະນະທ່ານ​ບົວ​ສອນ,ພະນະທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກໍ່ຈະ​ເຈລະຈາ​ກັບ​ທ່ານ.ນອກຈາກ​ປັກ​ກິ່ງ​ແລ້ວ, ພະນະທ່ານ​ບົວ​ສອນ​ຍັງ​ຈະ​​ໄປຢ້ຽມຢາມ​ແຂວງ​ລຽວ​ນິງ ​ແຂວງ​ຫູ​ນານ​ແລະ​ແຂວງ​ຢຸນນານ.

​ເທື່ອ​ນີ້​ແມ່ນພະນະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ບົວ​ສອນ​ມາຢ້ຽມຢາມ​ຈີນ​ຢ່າງ​ທາງ​ການ​ເປັນຄັ້ງທຳ​ອິດ​ພາຍຫລັງ​ທີ່​ທ່ານ​ໄດ້​ດຳລົງ​ຕຳ​ແຫນ່ງ​ນາ​ຍົກ ລັດ​ຖະ​ມົນ​ຕີ​ແລ້ວ.​ກ່ອນ​ຈະມາ​ຢ້ຽມຢາມ​ຈີນ, ພະນະທ່ານ​ບົວ​ສອນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊີ​ນຮວາ, ທ່ານ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຈີນ​ເທື່ອ​ນີ້,​ແມ່ນ​ເພື່ອ​ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ທຸກ​ລາຍ​ຂອງຜູ່​ນຳ​ສອງ​ປະ​ເທດ​ອີກ, ຄົ້ນຄວ້າ​ຫາ​ວິທີ​ທີ່​ເພີ່ມ​ທະ​ວີ​ແລະ​ປັບ​ລປຸງ​ມິດຕະພາບ​ແລະ​ການ​ພົວພັນ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ປະ​ເທດຕື່ມ​ອີກ,​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ສູ່​ຄວາມ​ສູງ​ໃຫມ່​ເລື້ອຍໆ​ ຕາມ​ທິດ​ທາງ​ທີ່​ໃຫ້​ມີ​ຄວາມ​ຫມັ້ນຄົງ​ຍາວ​ນານ ​ມີ​ໄມຕີ​ຈິດ​ຕໍ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ ແລະ​ຮ່ວມ​ມື​ກັນ​ຮອບ​ດ້ານ.