ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-23 17:38:54    
ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ໝົດ​ທຸກ​ຄົນ​ໃນ​ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ວິ​ທະ​ຍາ​ສາດ​ຂໍ້​ມູນ​ຂ່າວ​ສານ​ສາ​ກົນ​ຄັ້ງ​ທີ​19

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ22​ສິງຫາ​ນີ້,ສະມາຄົມ​ວິທະຍາສາດ​ຄອມ​ພິວ​ເຕີ​ຈີນ​ແຈ້ງ​ຂ່າວ​ວ່າ,​ໃນ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ວິ​ທະ​ຍາ​ສາດ​ຂໍ້​ມູນ​ຂ່າວ​ສານ​ສາ​ກົນ​ຫຼື​IOI​2007​ທີ່​ຈັດ​ຂຶ້ນ​ຢູ່​ໂກຼ​ອາ​ຊີ,​ຜູ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງ​ຈີນ​4​ຄົນ​ຊີງ​ໄດ້​ຫຼຽນ​ຄຳ​ໝົດ​ທຸກ​ຄົນ.​ນີ້​ແມ່ນ​ເທື່ອ​ທີ4​ທີ່​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ໝົດ​ທຸກ​ຄົນ​ນັບ​ແຕ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ດັ່ງ​ກ່າວ​ເມື່ອ​ປີ​2004​ມາ​ນີ້.

ການ​ແຂ່ງຂັນ​ໂອ​ລິ​ມປິກ​ວິທະຍາສາດ​ຂໍ້​ມູນ​ຂ່າວ​ສານ​ສາ​ກົນ​ແມ່ນ​ການ​ແຂ່ງ​ຂັນ​ລະ​ດັບ​ສູງ​ສຸດ​ໃນ​ຂະ​ແໜງ​ການ​ວິ​ທະ​ຍາ​ສາດ​ຂໍ້​ມູນ​ຂ່າວ​ສານ​ຂອງ​ໂລກ,​ທັງ​ແມ່ນ​ການ​ແຂ່ງ​ຂັນ​ສາ​ກົນ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ຄອມ​ພິມ​ເຕີ,​ຜູ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ລ້ວນ​ແຕ່​ແມ່ນ​ນັກ​ຮຽນ​ມັດ​ທະ​ຍົມ​ທີ່​ອາ​ຍຸ​ຕ່ຳ​ກວ່າ​20​ປີ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ.