ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-24 18:58:39    
ຈີນ​ເອົາ​ໃຈ​ໃສ່ທີ່​ສຸດ​ນຳ​ເລື່ອງ​ອັກຊັງ​ຕີນຈຳກັດ​ຜະລິດ​ຕະພັນຂອງ​ຈີນ

cri Author: da
ຕາມ​ຂ່າວCRI: ວັນ​ທີ24ສິງຫາ​ນີ້ ຢູ່​ປັກ​ກິ່ງ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ເລື່ອງ​​ອັກ​ຊັງ​ຕີນ​ໃຊ້​ມາດ​ຕະການ​ຈຳກັດ​ຜະລິດ​ຕະພັນ​ຫຼາຍ​ປະ​ເພດ​ຂອງ​ຈີນ,​ແລະ​ສະຫງວນ​ສິດ​ໃຊ້​ມາດ​ຕະການ​ຕື່ມ​ອີກ.

ວັນ​ທີ17ສິງຫາ​ນີ້ ລັດ​ຖະບານ​ອັກ​ຊັງ​ຕີນ​ໄດ້​ປະກາດຢ່າງກະທັນຫັນ​ວ່າ​ຈະ​ເລີ່​ມ​ໃຊ້​ມາດ​ຕະການຫຼາຍຢ່າງ​ເພື່ອ​ຈຳກັດຜະລິດ​ຕະພັນ​ທີ່​ຈີນ​ຜະລິດ​ເຊັ່ນ ​ຢາງລົດ ​ເຄື່ອງນຸ່ງ​ ​ເຄື່ອງ​ຫຼິ້ນ ແລະອື່ນໆ​.

​ໂຄສົກ​ກະຊວງ​ການຄ້າ​ຈີນ​ຊີ້​ອອກ​ວ່າ,​ໃນ​ຖານະ​​ທີ່ເປັນ​ສະມາຊິກ​ໜຶ່ງ​ທີ່​ລິ​ເລີ່​ມສ້າງ​ອົງການ​ການ​ຄ້າ​ໂລກ,ລັດຖະບານ​ອັກ​ຊັງ​ຕີນ​ບໍ່​ເອົາ​ຫົວຊາ​ນຳ​ຫຼັກ​ເກນ​ຂອງ​ອົງການ​ການ​ຄ້າ​ໂລກ,ຂັດຂວາງບໍ່​ໃຫ້​ຜະລິດ​ຕະພັນຂອງ​ຈີນ​ເຂົ້າຕະຫຼາດ​ອັກ​ຊັງ​ຕີນ​ຕາມກົດໝາຍ,ການ​ກະທຳ​ດັ່ງກ່າວ​ໄດ້​ລະ​ເມີດ​ພັນທະ​ຫຼາຍ​ຝ່າຍ​ທີ່​ເຂົາຄວນປະຕິບັດ,ທຳລາຍ​ສິດ​ປະ​ໂຫຍ​ດຂອງ​ຝ່າຍ​ຈີນ​ທີ່​ອົງການ​ການ​ຄ້າ​ໂລກ​ມອບ​ໃຫ້.ປະຈຸ​ບັນ,ກ່ຽວກັບ​ສິນຂອງຄ້າ​ຈີນ​ທີ່​ຄ້າງ​ຢູ່​ດ່ານ​ຍ້ອນ​ອັກ​ຊັງ​ຕີນ​ໃຊ້​ມາດ​ຕະການ​ຂັດຂວາງ​ນັ້ນ,ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ອັກ​ຊັງ​ຕີນ​ອະນຸຍາດ​ໃຫ້​ຜ່ານດ່ານ​ຕາມ​ລະບຽບ​ການ​ທົ່ວ​ໄປ​ທາງ​ການຄ້າສາກົນ.