ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-24 19:27:29    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ລາວ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ໃຫ້​ກ້າວ​ຂຶ້ນສູ່​ລະ​ດັບ​ສູງ​ໃໝ່​ຢ່າງ​ບໍ່ຢຸດ​ຢັ້ງ

cri Author: da
ຕາມ​ຂ່າວCRI:ວັນ​ທີ24ສິງຫາ​ນີ້ ​ຢູ່​ປັກ​ກິ່ງ ໃນ​ເວລາ​ພົບ​ປະ​ພະນະ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ ພະນະທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ລາວຊຸກຍູ້​ການ​ພົວພັນຮ່ວມ​ມືດ້ວຍໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ຈີນ​ກັບ​ລາວ​ໃຫ້​ກ້າ​ວຂຶ້ນສູ່​ລະດັບສູງ​ໃໝ່​ຢ່າງ ບໍ່ຢຸດ​ຢັ້ງ.

ພະນະ​ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມໍ່​ໆ​ມາ​ນີ້,ການ​ພົວພັນ​ຈີນ​ລາວ​ໄດ້ລົງ​ເລິກ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ປອດ​​ໃສ,​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມ​ສົມບູນ.ຈີນ​ຫວັງເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດສຳຄັນ​ຕ່າງໆເຊັ່ນ​ເສດຖະກິດ​ການ​ຄ້າ​ ກາ​ນຄ້າ​ຊາຍ​ແດນ ພະລັງງານ​ ບໍ່​ແຮ່ ພື້ນຖານ​ໂຄງ​ລ່າງ ການ​ປູກຝັງ​ດ້ານກະສິກຳ ການພັດທະນາຊັບພະຍາກອນ​ມະນຸດ​ແລະ​ອື່ນໆ,ສ້າງ​ໂຄງການ​ຮ່ວມ​ມື​ຂະໜາດ​ໃຫຍ່​ທີ່​ສອງ​ຝ່າຍຕົກລົງ​ກັນ​ໃຫ້​ດີ,​​​ເອົາການ​ຮ່ວມ​ມືຂອງ​ສອງ​ຝ່າຍປະສານ​ສົມທົບ​ກັບການຈັດຕັ້ງປະຕິບັດ​ແຜນກຳນົດພັດທະນາ​ເສດຖະກິດ​ສັງຄົມຂອງ​ຝ່າຍ​ຕົນ,ພ້ອມ​ກັນ​ສ້າງ​ສະພາບ​ການ​ໃໝ່​​ໃນການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ລາວ.

ພະນະ​ທ່ານ​ບົວ​ສອນ ບຸບຜາ​ວັນ​ກ່າວ​ວ່າ,ລັດຖະບານ​ແລະ​ປະຊາຊົນ​ລາວ​ຈະ​ສືບ​ຕໍ່​ເດັດດ່ຽວສະ​ໜັບສະ​ໜູນພາລະກິດໂຮມປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບກັນຂອງ​ຈີນ​ ແລະສະໜັບສະໜູນຫຼັກ​ໝັ້ນຂອງ​ຈີນ​ໃນ​ບັນຫາຕິ​ເບ​ດ​ແລະບັນຫາ​ສິດທິ​ມະນຸດ,​​ແລະ​ເຊື່ອໝັ້ນວ່າການ​ພົວພັນ​ຮ່ວມ​ມື​ຮອບດ້ານລະຫວ່າງ​ລາວ​ຈີນ​ຈະສືບ​ຕໍ່​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.