|
 |
(GMT+08:00)
2007-08-28 17:39:33
|
 |
ຊຽງໄຮ້ຈະຈັດງານກິລາໂອລິມປິກພິເສດລະດູຮ້ອນຂອງໂລກປີ2007ໃຫ້ດີ
cri
ຕາມຂ່າວສານຊິນຮວາ,ວັນທີ27ສິງຫານີ້,ທ່ານສີຈິ້ນພິງ ຮອງປະທານກິດຕິມະສັກຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກພິເສດລະດູຮ້ອນຂອງໂລກປີ2007ກ່າວວ່າ,ຈະອອກແຮງສຸດຂີດເຮັດວຽກກະກຽມທຸກດ້ານໃຫ້ດີ,ພະຍາຍາມຈັດງານກິລາໂອລິມປິກພິເສດຄັ້ງນີ້ໃຫ້ມີສີສັນພິເສດຂອງຊຽງໄຮ້,ມີລະດັບຂອງຈີນແລະມີຊື່ສຽງໃນສາກົນ.
ໃນກອງປະຊຸມກະກຽມງານກິລາໂອລິມປິກພິເສດທີ່ຈັດຂຶ້ນຢູ່ຊຽງໄຮ້ໃນວັນທີ27ສິງຫານີ້,ທ່ານສີຈີ້ນພິງກ່າວວ່າ,ປັດຈຸບັນ,ວຽກງານກະກຽມທຸກດ້ານຂອງຊຽງໄຮ້ໄດ້ເຂົ້າສູ່ໄລຍະສຳຄັນທີ່ສຸດແລ້ວ,ພາກສ່ວນທີ່ກ່ຽວຂ້ອງຕ່າງໆຕ້ອງມີຄວາມຮູ້ສຶກຕໍ່ໜ້າທີ່ຮັບຜິດຊອບຫຼາຍຂຶ້ນຕື່ມອີກ,ເຮັດວຽກງານຕ້ອນຮັບແລະປ້ອງກັນຄວາມປອດໄພຂອງງານກິລາໂອລິມປິກພິເສດໃຫ້ດີ.
ງານກິລາໂອລິມປິກພິເສດລະດູຮ້ອນຂອງໂລກປີ2007ຈະຈັດຂຶ້ນຢູ່ຊຽງໄຮ້ແຕ່ວັນທີ2ຮອດວັນທີ11ຕຸລາປີນີ້.ເມື່ອຮອດເວລານັ້ນ,ນັກກິລາແລະຄູຝຶກໂອລິມປິກພິເສດ1ໝື່ນກວ່າຄົນທີ່ມາຈາກ160ກວ່າປະເທດແລະເຂດແຄວ້ນໃນໂລກຈະເຕົ້າໂຮມກັນຢູ່ຊຽງໄຮ້.ນີ້ແມ່ນງານກິລາສາກົນທີ່ມີຂະໜາດໃຫຍ່ກວ່າໝູ່ແລະມີລະດັບສູງກວ່າໝູ່ທີ່ຈີນເປັນເຈົ້າພາບຈັດຂຶ້ນກ່ອນງານກິລາໂອລິມປິກປັກກິ່ງປີ2008.
|
|
|