ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-01 17:51:40    
ທາງ​ເດີນ​ເຮືອ​ຍ່ານ​ເຫນືອ​ແມ່​ນ້ຳ​ຂອງ​ຕ້ອງ​ແປງ​ໃຫ້​ລຸ​ລ່ວງ​ແລະ​ຮັກ​ສາ​ໃຫ້​ດີ​ຂຶ້ນ​ຕື່ມ

cri
ຕາມ​ຂ່າວສານ​ຊີ​ນຮວາ: ທ່າ​ຖາງ​ເວີນ​ຊຽງ ຮອງ​ຫົວຫນ້າ​ພະ​ແນ​ກ​ຄົມມະນາຄົມ​ຂອງ​ແຂວງ​ຢຸນນານ​ຈີນ​ກ່າວ​ວ່າ, ທາງ​​ເດີນ​ເຮືອຍານ​ເຫນືອ​ແມ່ນ້ຳຂອງ​ຕ້ອງ​ແປງ​ໃຫ້​ລຸ​ລ່ວງ​ແລະ​ຮັກສາ​ດີຂຶ້ນ​ຕື່ມ.

​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ​ໃນ​ຫວ່າງມໍ່ໆນີ້, ທ່ານ​ຖາງ​ເວີນ​ຊຽງ​ກ່າວ​ວ່າ, ຈີນ​ແລະ​ໄທ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ,ຕັ້ງຫນ້າ​ປຶກສາ​ຫາລື​ກັບ​ລາວ​ແລະ​ມຽນມາ, ​ແປງ​ທາງ​ເດີນ​ເຮືອ​ຢູ່​ຍ່ານ​ເຫນືອ​ແມ່​ນ້ຳຂອງ​ໃຫ້​ລຸ​ລ່ວງ, ຍາດ​ແຍ່ງຂໍ​ຄວາມ​ການ​ຊ່ວຍ​ເຫລືອ​ດ້ານ​ເຕັກນິກ, ​ເຮັດ​ໃຫ້​ທາງ​ເດີນ​ເຮືອ​​ຍ່ານ​ເຫນືອ​ແມ່​ນ້ຳຂອງ​ລຸ​ລ່ວງ​ຕະຫລອດ​ປີ,ຮັບປະກັນ​ການ​​ເດີນ​ເຮືອ​ສາກົນລຸ​ລ່ວງ​ແລະ​ປອດ​ໄພ.

ຕາມ​ຊາບ​ວ່າ, ກິດຈະການ​ປັບປຸງ​ທາງ​ເດີນ​ເຮືອ​ຂອງ​ຍ່ານ​ເຫນືອ​ແມ່​ນ້ຳຂອງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ສອງ​ປີ​ແລ້ວ, ​ແຕ່​ບໍ່​ໄດ້​​​ເຊາະ​ຄອນ​ຈັກ​ເທື່ອ,ປາກ​ແມ່​ນ້ຳ​ແລະ​ແກ້ງ​ບາງ​ບ່ອນ​ໄດ້​ມີ​ດິນຕົມ​ຕະກອນ, ຂັດຂວາງການ​ເດີນ​ເຮືອ.