ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-02 16:54:24    
ກົງ​ສຸນ​ຫວຽດ​ນາມ,ມຽນ​ມາ,​ໄທ​ແລະ​ກຳ​ປູ​ເຈຍ​ປະຈຳ​ຄຸນ​ມີ​ງ​ຫວັງ​ຢາກ​ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ກະ​ສິ​ກຳ​ກັບ​ແຂວງ​ຢຸນ​ນານ

cri

ຕາມຂ່າວສານຊິນຮວາ:ຫວ່າງມໍ່ໆນີ້,ເຈົ້າໜ້າທີ່ສະຖານກົງສຸນ​ແລະ​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງຫວຽດນາມ,ມຽນມາ,​ໄທ​ແລະ​ກຳ​ປູ​ເຈຍ​ປະຈຳ​ຄຸນ​ມີ​ງ​​​ໄດ້​ໄປ​ຢ້ຽມຢາມ​ແຫຼ່ງຄົ້ນຄວ້າ​ວິທະຍາສາດ​ຂອງ​ສະພາ​ບັນ​ດິດວິທະຍາສາດ​ກະສິກຳ​​ແຂວງ​ຢຸນນານ,​ພາກັນ​ກ່າວ​ວ່າ,ຫວັງ​ຢາກເພິ່ມທະວີ​ການ​ຮ່ວມ​ມື​ດ້ານ​ກະສິກຳກັບ​ແຂວງ​ຢຸນນານ​,ຢາກ​ນຳ​​ເອົາ​ແນວ​ພັນ​ທີ່​ມີ​ຄຸນ​ນະພາ​ບດີ​ແລະ​​​ມີຜົນ​ຫຼາຍ​ເຂົ້າສູ່​ປະ​ເທດ​ຂອງ​​ຕົນ.

ທ່ານ​ເຈີ​ນສຸນ​ເດິກ ກົງສຸນ​ສະຖານ​ກົງສຸນ​​ໃຫຍ່​ຫວຽດນາມ​ປະຈຳ​ຄຸນ​ມີ​ງກ່າວ​ວ່າ,​ໃນ3​ປີ​ມາ​ນີ້,ການ​ຮ່ວມມື​ດ້ານ​ກະສິກຳ​ລະຫວ່າງຫວຽດນາມ​ກັບ​ແຂວງ​ຢຸນນານ​ໄດ້​ດຳ​ເນີນ​ຢ່າງ​ສະດວກ​ຫຼາຍ,ປັດຈຸບັນ,ສີ່​ແຂວງ​ຂອງ​ຫວຽດນາມ​ທີ່​​​ແປະກັບ​ແຂ​ວງຢຸນນານ​​ລ້ວນ​ແຕ່ໄດ້​ປູກ​ແນ​ວພັນ​ຜະລິດ​ຕະພັນ​ກະສິກຳ​ທີ່​ນຳ​ເຂົ້າ​ຈາກ​​ແຂວງຢຸນນານ.

ນາງ​ມົນ​ທາ ປະກອບ​ພິບູນ ຮອງ​ກົງສຸນ​ໃຫຍ່​ສະຖານກົງສຸນ​ໃຫຍ່​ຂອງໄທ​ປະຈຳ​ເມືອງ​ຄຸນ​ມີ​ງກ່າວ​ວ່າ,ປັດ​ຈຸ​ບັນ,​ທົ່ວ​ໂລກ​ພວມ​ປະ​ເຊີນ​ກັບ​ທ່ວງທ່າ​ທີ່​ປະຊາ​ກອນ​ເພິ່ມຂຶ້ນ​ແລະທີ່ດິນ​ຫຼຸດ​ໜ້ອຍ​ລົງ,ບັນຫາ​ຄວາມ​ປອດ​ໄພດ້ານ​ທັນ​ຍາ​ຫານ​ໄດ້​ຮັບຄວາ​ມ​ເອົາ​ໃຈ​ໃສ່​ໂດຍ​ທົ່ວ​ໄປ.​ໄທ​ແມ່ນ​ປະ​ເທດ​ທີ່​ຖື​ກະສິກຳ​ເປັນ​ພື້ນຖານ,ມີ​ທ່າ​ແຮງ​ຂອງ​ຕົນໃນ​ດ້ານ​ການ​ຜະລິດ​,ການ​ປຸງ​ແຕ່ງ​ແລະ​ການ​ສົ່ງ​ອອກ​​ກະສິກຳ​ເປັນ​ຕົ້ນ.ສ່ວນ​ຈີນ​​ໄດ້​ຢູ່​ແຖວ​ໜ້າຂອງ​ໂລກ​ໃນ​ດ້ານ​ການ​ຄົ້ນຄວ້າ​ເຂົ້ານາ,ສະ​ນັ້ນ​,ສອງ​ຝ່າຍ​ສາມາດ​ດຳ​ເນີນ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ລະອຽດ​ກວ່າ​ເກົ່າ​ໃນ​ດ້ານ​ການ​ຄົ້ນຄວ້າ​ພັດທະນາ​ຜະລິດ​ຕະພັນ​ກະສິກຳ.