ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-05 20:25:08    
ຄະນະ​ກຳ​ມະ​ການ​ຈັດ​ງານໂອ​ລິມ​ປິກ​ປັກ​ກິ່ງ​ເກັບ​ໂຮມ​ຮູບ​ຖ່າຍ​ໜ້າ​ຍິ້ມ​ຂອງ​ເດັກ​ນ້ອຍ​ຂອງ​ທົ່ວ​ໂລກ​ເພື່ອ​ໃຊ້​ໃນ​ພິທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ຂ່າວສານ​ຊີ​ນຮວາ, ​ແຕ່​ວັນ​ທີ5ກັນຍານີ້​ເປັນ​ຕົ້ນ​ໄປ, ຄະນະ​ກຳມະການ​ຈັດ​ງານໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລີ່​ມ​ເກັບ​ໂຮມ​ຮູບ​ຖ່າຍ​ດີ​ຈີ​ຕອນ​ຂອງ​ໜ້າ​ຍິ້ມ​ເດັກນ້ອຍ​ຢູ່ທົ່ວ​ໂລກ, ຮູບ​ຖ່າຍ​ທີ່​ເລືອກ​ໃຊ້​ນັ້ນ​ຈະ​ໃຊ້​ໃນ​ການສະ​ແດງ​ສິລະ​ປະ​ຂອງ​ພິທີ​​ເປີດ​ແລະປິດ​ງານ​ກິລາ​ໂອ​ລິ​ມປິກ.

ຕາມ​ຂ່າວ​ແຈ້ງວ່າ, ຮູບຖ່າຍ​ທີ່ເກັບ​ໂຮມເທື່ອ​ນີ້ແມ່ນ​ຮູບຖ່ານ​ຍທາງ​ໜ້າ​ຂອງ​ໜ້າ​ຍິ້ມ​ເດັກນ້ອຍ, ​ແລະ​ບໍ່​ເຄີຍ​ນຳ​ໃຊ້​ຫຼື​ວາງສະ​ແດງ​ຢ່າງ​ເປີ​ຍ​ເຜີຍ​ທີ່​ມີ​ຈຸດ​ປະສົງ​ທາງການ​ຄ້າ. ບໍ່​ຈຳ​ແນກ​ເພດ​ຂອງເດັກ​ນ້ອຍ, ດີ​ທີ່​ສຸດ​ບໍ່​ໃຫ້​ໃຫຍ່​ກວ່າ​ອາຍຸ​10ປີ, ​ແລະ​ບໍ່​ຈຳກັດ​ເບື້ອງ​ຫຼັງ​ຮູບ​ຖ່າຍ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ5​ກັນຍາ​ນີ້​ຮອດ​ວັນ​ທີ30​ເມສາ​ປີ2008.

ແຕ່​ວັນ​ທີ5ກັນຍາ​ນີ້​ເປັນ​ຕົ້ນ​ໄປ, ປວງ​ຊົນ​ສາມາດ​ຂຶ້ນ​ເວັບ​ໄຊ​ທາງ​ການ​ຂອງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ ຄື www.beijing2008.cn, ​ເພື່ອ​ອ່ານ ປະກາດ​ແຈ້ງ​ການ​ເກັບ​ໂຮມ​ຮູບ​ຖ່າຍໜ້າ​ຍິ້ມ​ເດັກນ້ອຍ​ທີ່​ໃຊ້​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ແລະ​ດາວ​ໂຫຼດ​ຕາລາງ​ທີ່​ກ່ຽວຂ້ອງ.