ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-06 20:23:00    
ນັກ​ຈ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​70​ກວ່າ​ຄົນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຮ່ວມ​ກັນ​ເອົາ​ຂ່າວ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສາ​ກົນ​ທີ່​ຊື່​ວ່າ"ສຸມ​ໃສ່​ກວາງ​ຊີ​ອ່າວ​ພາກ​ເໜືອ"

cri
ຕາມ​ຂ່າວສານ​ຊິນ​ຮວາ,ກິດຈະກຳ​ຮ່ວມ​ກັນ​ເອົາ​ຂ່າວ​ວິທະຍຸ​ແລະ​ໂທລະພາບ​ສາກົນ​ທີ່​ຊື່ວ່າ"ສຸມ​ໃສ່​ກວາງຊີ​ອ່າວ​ພາກ​ເໜືອ"​ໄດ້​ເລີ່​ມຕົ້ນຢ່າງ​ເປັນ​ທາງ​ການຢູ່​ນານ​ນິງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ6​ກັນ​ຍາ​ນີ້.​ສະ​ຖາ​ນີ​ວິ​ທະ​ຍຸ,​ໂທ​ລະ​ພາບ​26​ແຫ່ງ,​ນັກ​ຂ່າວ​70​ກວ່າ​ຄົນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຮ່ວມ​ກັນ​ເອົາ​ຂ່າວ​ເທື່ອ​ນີ້.

ກິດຈະກຳ​ຮ່ວມ​ກັນ​ເອົາ​ຂ່າວ​ເທື່ອ​ນີ້​ມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ພາກ​ພື້ນ​ຈີນ-ອາ​ຊຽນ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ບໍລິ​ເວນ​ອ່າວ​ພາກ​ເໜືອ.

ນັກ​ຂ່າວ​ຂອງ​ຄະນະຮ່ວມ​ກັນ​ເອົາ​ຂ່າວ​ຕ່າງ​ມາ​ຈາກ​ວິທະຍຸ​ແລະ​ໂທ​ລະ​ພາບ​ແຫ່ງ​ຊາດ​ຫຼື​ວິ​ທະ​ຍຸ​ແລະ​​ໂທລະພາບ​ສຳຄັນ​ຂອງຈີນ​ແລະ9​ປະ​ເທດ​ສະມາຊິກ​ອາ​ຊຽນ​ເຊັ່ນ​ລາວ,​ກຳ​ປູ​ເຈຍ,​ອິນ​ໂດ​ເນ​ເຊຍ,ມາ​ເລ​ເຊຍ,​ໄທ​ແລະ​ຫວຽດນາມ​ເປັນ​ຕົ້ນ.

ເຂດ​ເສດຖະກິດ​ອ່າວ​ພາກ​ເໜືອ​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ເຂດ​ກວາງຊີ​ຈີນ,ທິດ​ຕາ​ເວັນ​ຕົກ​ແມ່ນ​ຫວຽດ​ນາມ,ມີ​ເນື່ອທີ​ຕັ້ງ7​ໝື່ນ​ກວ່າ​ກິ​ໂລ​ແມັດ​ມົນທົນ.​ເຂດ​ເສດ​ຖະກິດ​ນີ້​ແມ່ນ​ເຂດ​ແຄມ​ທະ​ເລ​ພຽງ​​ແຫ່ງດຽວ​ຂອງ​ພາກ​ຕາ​ເວັນ​ຕົກ​ຈີນ,ຕັ້ງ​ຢູ່​ໃຈກາງ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ.