ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-11 16:52:04    
ທ່ານ​ຈຸມ​ມະ​ລີ​ໄຊ​ຍະ​ສອນ​ພົບ​ປະ​ກັບ​ທ່ານ​ອີ​ເຈິ້ງ​ເຊິງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 10 ກັນຍາ​ນີ້, ຢູ່​ນະຄອນ​ຫລວງ​ວຽງ​ຈັນ,ທ່ານ​ຈຸມມະ​ລີ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​ລາວ​ໄດ້​ພົບ​ປະຄະນະ​ຜູ່​ແທນ​ພັກ​ກອມ​ມູນິດ​ຈີນ​ທີ່​ນຳ​ໂດຍ​ທ່ານ​ທ່ານ​ອີ​ເຈິ້ງ​ເຊີງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລຂາ​ຄະນະ​ພັກ​ແຂວງ​ຫູ​​ໄປ​ຂອງ​ຈີນ,ສອງ​ຝ່າຍ​ໄດ້​ໂອ້​ລົມ​ກັນ​ຢ່າງ​ສະຫນິດສະຫນົມ​ແລະ​ມີ​ໄມຕີ​ຈິດ.

ທ່ານ​ຈຸມມະ​ລີ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ລາວ​ຈີນ.ທ່ານ​ກ່າວ​ວ່າ, ສອງ​ພັກ​ສອງ​ລັດ​ລາວ​ຈີນ​ມີ​ມິດຕະພາບ​ອັນ​ເປັນ​ມູນ​ເຊືອຢ່າງ​ເລິກ​ເຊິ່ງ,​ໃນ​ຫລາຍ​ປີ​ມາ​ນີ້, ມິດຕະພາບ​ແລະ​ການ​ພົວພັນ​ຮ່ວມ​ມື​ກັນ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍໄປ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ລາວ​ກັບ​ຈີນ​ມີ​ສະພາບ​​ແຫ່ງ​ຊາດ​ຄ້າຍຄື​ກັນ, ລ້ວນ​ແຕ່​ປະ​ເຊີນ​ກັບ​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ແລະ​ຍົກ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ,ຫວັງ​ວ່າ​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ, ຮ່ຳຮຽນ​​ເຊິ່ງກັນ​ແລະກັນ,​ເປີດ​ກວ້າງ​ການ​ຮ່ວມ​ມື,​ແລະພ້ອມ​ກັນ​ພັດທນາ.

ທ່ານ​ອີ​ເຈິ້ງ​ເຊີງກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງສອງ​ພັກ​ຈີນ​ກັບ​ລາວ​​​ໃນ​ທຸກ​ຂົງ​ເຂດນັບ​ມື້​ນັບໄດ້​ເປີດ​ກວ້າງອອກ​,ຂັ້ນສູງ​ກໍ່​ມີ​ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ເລື້ອຍໆ,ການ​ປະສານ​ສົມທົບ​ກັນ​ແລະ​ສະຫນັບ​ສະ​ຫນູນ​ກັນ​ໃນ​ວຽກ​ງານ​ສາກົນ​ໄດ້​ເພີ່ມ​ທະວີ​ຂຶ້ນ​.ນີ້​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ສອງ​ປະ​ເທດທໍ່,​ແລະ​ກໍ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ທ່ານ​ອີ​ເຈິ້ງ​ເຊີງ​ພ້ອມ​ດ້ວຍຄະນະ​ແມ່ນ​​ໄປ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ຕໍ່​ລາວ​ຢ່າງ​ເປັນ​ທາງ​ການ​​ໃນ​ວັນ​ທີ 10 ກັນຍາ​ນີ້​ໂດຍ​ຕາມ​ການ​ເຊີນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.