|
 |
(GMT+08:00)
2007-09-13 20:42:19
|
 |
ເວທີປຶກສາຫາລືຊັ້ນສູງກ່ຽວກັບການຮ່ວມມືແລະການພັດທະນາດ້ານກົດໝາຍລະຫວ່າງຈີນອາຊຽນຄັ້ງທີ3ຈັດຂຶ້ນຢູ່ຈຸງກິ່ງ
cri
Author: da
ຕາມຂ່າວສານຊິນຮວາ: ຕອນເຊົ້າວັນທີ13ກັນຍານີ້ ເວທີປຶກສາຫາລືຊັ້ນສູງກ່ຽວກັບການຮ່ວມມືແລະການພັດທະນາດ້ານກົດໝາຍລະຫວ່າງຈີນອາຊຽນຄັ້ງທີ3ໄດ້ຈັດຂຶ້ນຢູ່ຈຸງກິ່ງ,ຜູ່ແທນ200ກວ່າທ່ານທີ່ມາຈາກວົງການກົດໝາຍທຳມະສາດຂອງຈີນແລະ10 ປະເທດອາຊຽນຈະພ້ອມກັນຄົ້ນຄວ້າແກ້ໄຂບັນຫາຈຸດຮ້ອນແລະຈຸດຍາກໃນການສ້າງເຂດການຄ້າເສລີຈີນອາຊຽນແລະການກໍ່ສ້າງລະບຽບການກົດໝາຍຂອງປະເທດຕ່າງໆ.
ທ່ານຮານຈູປິນ ປະທານສະມາຄົມທຳມະສາດຈີນກ່າວວ່າ,ໃນຫຼາຍປີມານີ້,ການຮ່ວມມືດ້ວຍໄມຕີຈິດລະຫວ່າງຈີນອາຊຽນໄດ້ຮັບຄວາມຄືບໜ້າໃໝ່ຢ່າງຫຼວງຫຼາຍ,ຜູ່ນຳຊັ້ນສູງລະຫວ່າງສອງຝ່າຍໄປມາຫາສູ່ກັນຢ່າງໃກ້ຊິດ,ການສົນທະນາແລະການປຶກສາຫາລືໃນທຸກລະດັບກໍໄດ້ຮັບຜົນອັນອຸດົມສົມບູນ. ເດືອນກໍລະກົດປີ2005,"ສັນຍາການຄ້າສິນຄ້າ"ຂອງເຂດການຄ້າເສລີຈີນອາຊຽນເລີ່ມປະຕິບັດຢ່າງເປັນທາງການ,ສິນຄ້າ7ພັນກວ່າຊະນິດເລີ່ມຫຼຸດພາສີຢ່າງຮອບດ້ານ.ເດືອນມັງກອນປີນີ້,"ສັນຍາການຄ້າການບໍລິການ"ຂອງເຂດການຄ້າເສລີຈີນອາຊຽນໄດ້ເຊັນກັນຢ່າງເປັນທາງການ,ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການສ້າງເຂດການຄ້າເສລີຈີນອາຊຽນໄດ້ຢ່ວງບາດກ້າວທີ່ສຳຄັນອີກແລ້ວ.
|
|
|