ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-19 16:19:34    
ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​​ເຂດ​ກວາງ​ຊີ​ຂອງ​ຈີນ​ກັບ​ອາ​ຊຽນ​ນັບ​ມື້​ນັບ​ດີ​ຂຶ້ນ

cri
ຕາມຂ່າວສານຊີນຮວາ: ​ໃນ​ນັກ​ສຶກສາ​ຕ່າງປະ​ເທດປະມານ​ 600 ຄົນທີ່​ຮຽນ​ຢູ່ມະຫາວິທະຍາ​ໄລສ້າງ​ຄູກ​ວາງ​ຊີ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ມີ 500 ກວ່າ​ຄົນ​ມາ​ຈາກ​​ອາຊຽນ, ນີ້​ໝາຍ​ຄວາມ​ວ່າ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ​​ເຂດກວາງຊີ​ຂອງ​ຈີນກັບ​ອາ​ຊຽນນັບ​ມື້​ນັບ​ດີ​ຂຶ້ນ.

ວັນ​ທີ 18 ກັນຍາ​ນີ້, ໃນ​ງານ​ໂອ້​ລົມ​ການຮ່ວມ​ມື​ດ້ານການ​ສຶກສາຂອງ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ສ້າງ​ຄູກ​ວາງ​ຊີ, ບຸກຄົນ​ວົງ​ການ​ສຶກສາ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນກ່າວ​ວ່າ, ຄຽງ​ຄູ່​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເລີ່​ມສ້າງ​ຢ່າງຮອບດ້ານ, ກວາງຊີ​ທີ່​​ຕິດ​ກັບ​ອາ​ຊຽນ​ໄດ້​ກາຍ​ເປັນ​ເຂດ​ໜຶ່ງ​ທີ່​ຄຶກຄັກ​ກວ່າ​ໝູ່​ໃນ​ດ້ານ​ແລກປ່ຽນ​ການ​ສຶກສາລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ຕາມ​​ແນະນຳ​ວ່າ, ​ໃນຫຼາຍປີ​ມາ​ນີ້, ນັກ​ສຶກສາ​ຕ່າງປະ​ເທດ​ທີ່​​ຮຽນ​ຢູ່​​ເຂດກວາງຊີ​ມີ​ປະມານ 2 ພັນ​ຄົນ​ຕໍ່​ປີ, ສ່ວນຫຼາຍມາ​ຈາກ​ປະ​ເທດ​ອາ​ຊຽນ. ນັກ​ສຶກສາ​ທີ່​ເຂດ​ກວາງຊີ​ສົ່ງ​ໄປ​ຮຽນ​ຢູ່​ປະ​ເທດ​ອາຊຽນກໍ​ໄດ້​ເພີ່ມ​ຂຶ້ນ​ນຳ​ຄູ່​ປີ.