ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-19 18:51:26    
ດາວ​ທຽມ​ຊັບ​ພະ​ຍາ​ກອນ​ເລກ​ຫນຶ່ງ​ຫນ່ວຍ​ທີ​ສາມ​ທີ່​ຈີນ​ແລະ​ເບຼ​ຊິນ​ຮ່ວມ​ກັນ​ຄົ້ນ​ຄວ້າ​ຜະ​ລິດ​ນັ້ນ​ໄດ້​ຍິງ​ຂຶ້ນສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

cri

ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ທ່ຽງ​ວັນ​ທີ 19 ກັນຍາ​ນີ້, ດາວ​ທຽມ​ຊັບ​ພະ​ຍາ​ກອນ​ເລກ​ຫນຶ່ງ​ຫນ່ວຍ​ທີ​ສາມ​ທີ່​ຈີນ​ແລະ​ເບຼຊິນ​ຮ່ວມ​ກັນ​ຄົ້ນຄວ້າ​ຜະລິດ​ນັ້ນ​ໄດ້​ຖືກ​ຍິງຂຶ້ນສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ທ້າຍ​ຢວນຂອງ​ຈີນ,​ແລະ​ໄດ້​ເຂົ້າສູ່​ວິຖີໂຄຈອນ​ທີ່​ຄາດ​ໄວ້​ຢ່າງ​ສະດວກ.

ລະບົບ​ດາວ​ທຽມ​ຊັບ​ພະ​ຍາ​ກອນ​ເລກ​ຫນຶ່ງ​ຂອງ​ຈີນ​​ແລະ​ເບຼ​ຊິນ​ຖືກ​ຖື​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​​ໃຕ້ໆ,ກ່ອນ​ນີ້​ໄດ້​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະ​ກາດ​ຢ່າງ​ສຳ​ເລັດ​ຜົນ​ສອງ​ຫນ່ວຍ​ແລ້ວ.ດາວ​ທຽມ​ທີ່​ຍິງ​ສົ່ງ​ເທື່ອ​ນີ້​ຫນັກ 1400 ກວ່າ​ກິ​ໂລ,ອອກ​ແບບ​ໃຫ້ມີ​ອາຍຸ​​ໃຊ້ 2 ປີ.ສາມາດ​ສົ່ງ​ຂໍ້​ມູນ​ຮູບ​ພາບ​ໃຫ້​ແກ່​ຈີນ ​ເບຼຊິນ​ພ້ອມ​ດ້ວຍປະ​ເທດ​ແລະ​ເຂດ​ແຄ້ວ​ນທີ່​ມີ​ຄວາມ​ສາມາດ​ຮັບ​ສັນຍານ​ໄດ້​ໃນ​ໂລກ,ຈະ​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ປະ​ເມີນ​ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ ການ​ອະນຸລັກ​ແລະ​ຕິດຕາມ​ສິ່ງ​ແວດ​ລ້ອມ,ການວາງ​ແຜນ​ສ້າງ​ຕົວ​ເມືອງ​ ວັດແທກ​ຊັບພະຍາກອນ​ທີ່​ດິນ​ແລະ​ອື່ນໆ​ຢ່າງ​ກວ້າງຂວາງ.