ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-20 18:34:56    
ຝ່າຍ​ຈີນ​ທວງ​ໃຫ້​ອາ​ເມ​ລິ​ກາ​ເຊົາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ ຈີນ​ດ້ວຍ​ສາ​ສະ​ຫນາ​ແລະ​ບັນ​ຫາ​ອື່ນ​ໆ​ເປັນ​ຂໍ້​ອ້າງ​ໃນ​ທັນ​ທີ

cri
ຕາມ​ຂ່າວ cri:ວັນ​ທີ 20 ກັນຍານີ້ ຢູ່​ປັກ​ກິ່ງ ທ່ານ​ນາງ​ຈ່ຽງ​ອີ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ທວງ​ໃຫ້​ຝ່າຍ​ອາ​ເມ ລິ​ກາ​ເຊົາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ສາສະ​ຫນາ​ແລະບັນຫາ​ອື່ນໆ​​ໃນ​ທັນທີ, ​ເຮັດ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຈີນອາ​ເມ​ລິ​ກາ​ໃຫ້​ຫລາຍ.

ຫວ່າງ​ມໍ່ໆ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຄວາມ​ເສລີພາບ​ທາງ​ດ້ານ​ສາ​ສະ​ຫນາ​ສາກົນປີ 2007,​ໃນ​ຕອນ​ກ່າວ​ເຖີງຈີນ​,​ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ສືບ​ຕໍ່​ຕິຕຽນ​ນະໂຍ​ບາຍ​ສາສະຫນາ​ແລະ​ສະພາບ​​ເສລີ​ພາບ​ດ້ານ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ຈີນ.

ວັນ​ທີ 20 ກັນຍາ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ​ໃນ​ຕອນ​ກ່າວເຖີງຈີນ​,​ບົດ​ລາຍ​ງານ​​ສືບ​ຕໍ່​ຕິຕຽນ​ນະ​ໂຍບາຍ​ສາສະຫນາ​ແລະ​ຊົນ​ເຜົ່າ​ຂອງ​ຈີນ​ຢ່າງ​ໄຮ້​ເຫດຜົນ,​ໄດ້​ລະ​ເມີດ​ຫລັກ​ມາດຖານ​ພື້ນຖານຂອງ​ການ​ການ​ພົວພັນ​ລະຫວ່າງ​ຊາດ,​ໄດ້​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງອາດ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແຮງ​ກ້າ​ແລະ​ຄັດຄ້ານ​ຢ່າງ​ເດັດຂາດ​ຕໍ່​ເລື່ອງ​ນີ້.

ນາງ​ກ່າວ​​ເນັ້ນວ່າ, ເຄົາລົບ​ແລະ​ປົກປ້ອງ​​ຄວາມ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ພົນລະ​ເມືອງ​ແມ່ນ​ນະ​ໂຍບາຍ​ພື້ນຖານ​ຍາວ​ນານ​ລາຍ​ຫນຶ່ງ​ຂອງ​ລັດຖະບານ​ຈີນ,ນີ້​ແມ່ນ​ເລື່ອງ​ຈິງ​ທີ່​ບໍ່​ໃຫ້​ປະຕິ​ເສດ​ແລະ​ປິດ​ເປືອ​ນ.