ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-21 16:45:20    
ລາ​ຄາ​ກາງ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ຕົວ​ເລກ​ຫຼ້າ​ສຸດ​ຂອງ​ສູນ​ຊື້​ຂາຍ​ເງິນ​ຕາ​ຕ່າງປະ​ເທດ​ຂອງຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ວັນ​ທີ21​ກັນຍາ​ນີ້,ລາ​ຄາ​ກາງຂອງ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ຢວນ​ຈີນ​ກັບ​ເງິນ​ໂດ​ລາ​ໄດ້ບຸກທະລຸ7,51ຢວນ,ຄື​ໜຶ່ງ​ໂດ​ລາ​ແລກປ່ຽນ​7,5050ຢວນ,​ໄດ້​ສ້າງ​ສະຖິຕິ​ສູງ​ໃໝ່​ແຕ່​ຕົ້ນ​ປີ​ນີ້​ມາ.

ເລີ່​ມແຕ່ເດືອນ​ກໍລະກົດ​ປີ2005​ເປັນ​ຕົ້ນ​ມາ,ຈີນ​ໄດ້ປະ​ຕິ​ບັດ​ການ​ປະຕິ​ຮູບ​ກົນ​ໄກ​ຈໍ່​ຕົວ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ.​ລາ​ຄາ​ກາງ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ທີ່​ປະ​ກາດ​ໃນ​ວັນ​ທີ​21​ກັນ​ຍາ​ນີ້ໝາຍ​ຄວາມ​ວ່າ,ນັບ​ແຕ່​ປະຕິ​ຮູບ​ກົນ​ໄກ​ຈໍ່​ຕົວ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ມາ​ນີ້,​ຄ່າ​ເງິນ​ຢວນຈີນ​ໄດ້​ແຂງ​ຕົວ​ຂຶ້ນ​ຫຼາຍ​ກວ່າ8%.