ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-21 17:16:25    
ຈີນ​ກັບ​ສິງ​ກະ​ໂປ​ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ

cri
ຕາມ​ຂ່າວCRI,ວັນ​ທີ21​ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ກົມ​ຄຸ້ມ​ຄອງ​ການ​ພັດທະນາ​ສື່​ມວນ​ຊົນ​ສິງກະ​ໂປ​ໄດ້​ປະກາດ​ວ່າ,ຈີນ​ກັບ​ສິງ​ກະ​ໂປ​ຈະ​ຈັດ​ງານ​ຮູບ​ເງົາ​ປະ​ເທດ​ຕົນ​ຢູ່​ຝ່າຍ​ກົງ​ຂັ້ນ​ຂ້າມ,​ແລະ​ໃນ​ງານ​ຮູບ​ເງົາ​ສິງ​ກະ​ໂປ​ຄັ້ງ​ທຳ​ອິດ​ທີ່​ຈະ​ເປີດ​ສາກ​ຢູ່​ປັກ​ກິ່ງ​ໃນ​​ເດືອນ​ຕຸລາ​ປີ​ນີ້,ຈະ​ເລີ່​ມຕົ້ນ​ກິດຈະກຳ​ຕ່າງໆກ່ຽວ​ກັບ​ການແລກປ່ຽນ​ວັດທະນະທຳ.

ງານ​ຮູບ​ເງົາ​ສິງກະ​ໂປ​ເທື່ອ​ນີ້​ແມ່ນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ກົມ​ຄຸ້ມ​ຄອງ​ການ​ພັດ​ທະ​ນາ​ສື່​ມວນ​ຊົນ​ສິງກະ​ໂປ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ,​ກິດ​ຈະ​ກຳ​ເຫຼົ່າ​ນີ້​ຈະ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ສິງກະ​ໂປ​ເພື່ອ​ຊຸກ​ຍູ້​ການ​ປະສານ​ງານ​ແລະ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ​ສື່​ມວນ​ຊົນ​ຂອງ​ສອງ​ປະ​ເທດ.

ນອກ​ນີ້,​ເວທີ​ປຶກສາ​ຫາລື​ການ​ຄ້າ​ຂອງ​ສື່​ມວນ​ຊົນ​ຈີນ​ສິງກະ​ໂປ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ13​ຕຸລາ​ປີ​ນີ້.