ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-25 17:24:09    
ນັກ​ສັງ​ເກດ​ການ​ການ​ທະ​ຫານ​ຂອງ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ້ອມ​ລົບ​ທີ່​ຊື່​ວ່າ​"ຜູ່​ກ້າ​ຫານ​2007"​ຂອງ​ຈີນ

cri
ຕາມ​ຂ່າວCRI,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ​25​ກັນ​ຍາ​ນີ້,​ການ​ຊ້ອມ​ລົບ​ທີ່​ຊື່ວ່າ​"ຜູ່​ກ້າ​ຫານ​2007"​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ຖານ​ທັບ​ແຫ່ງ​ໜຶ່ງ​ຂອງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ.​ນັກ​ສັງ​ເກດ​ການ​ການ​ທະຫານ​ຂອງ​35​ປະ​ເທດ​ໄດ້​ທັດ​ສະ​ນະ​ສຶກ​ສາ​ການ​ຊ້ອມ​ລົບ​ເທື່ອ​ນີ້​ແລະ​ໄດ້​ໃຫ້​ການ​ຕີ​ລາ​ຄາ​ສູງ.

ກາ​ນຊ້ອມ​ລົບ​ເທື່ອ​ນີ້​ແມ່ນ​ກອງທັບຈີນ​ປະຕິບັດ​ໜ້າ​ທີ່​ຝຶກ​ຊ້ອມ​ປະ​ຈຳ​ປີ,​ບໍ່​ແນ​ໃສ່​ປະ​ເທດ​ໃດໆ.

ນັກ​ສັງ​ເກດ​ການ​ການ​ທະຫານ​ທີ່​ໄດ້​ຮັບ​ເຊີນ​ມາ​ທັດ​ສະ​ນະ​ສຶກ​ສາ​ແມ່ນ​ມາ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້,ປະ​ເທດ​ສະມາ​ຊິກ​ອາ​ຊຽນ​ແລະ​ອາ​ເມ​ລິ​ກາ,​ອັງ​ກິດ,​ຝະ​ຣັ່ງ​ແລະ​ຍີ່​ປຸ່ນ​ເປັນ​ຕົ້ນ.​ໃນ​ນັ້ນ,ຍີ່​ປັ່ນ​ແມ່ນ​ໄດ້​ຮັບເຊີນ​ມາ​ທັດ​ສະ​ນະ​ສຶກ​ສາ​ການ​ຊ້ອມ​ລົບ​ຂອງ​ຈີນ​ເປັນ​ເທື່ອ​ທຳ​ອິດ.ນັກ​ສັງ​ເກດ​ການ​ເຫຼົ່າ​ນີ້​ເມື່ອ​ໄດ້​ທັດ​ສະ​ນະ​ສຶກ​ສາ​ການ​ຊ້ອມ​ລົບ​ແລ້ວ​ພາ​ກັນ​ກ່າວ​ວ່າ,ການ​ຊ້ອມ​ລົບ​ເທື່ອ​ນີ້​ສຳ​ເລັດ​ຜົນ​ທີ່​ສຸດ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ສູງ​ໃນ​ການ​ສູ້​ລົບ​ຂອງ​ກອງ​ທັບ​ຈີນ,​ແລະ​ກໍ​ໄດ້​ເພີ່ມ​ຄວາມ​ໂປ່​ງ​ໃສ​ຂອງ​ການ​ທະ​ຫານ​ຂອງ​ຈີນ.