|
![](/images/spacer.gif) |
(GMT+08:00)
2007-09-26 20:23:52
|
![](/images/shim.gif) |
ຝ່າຍຕ່າງໆຄອງຄອຍການເຈລະຈາ 6 ຝ່າຍມີຄວາມຄືບໜ້າໃໝ່
cri
Author: mo
ຕາມຂ່າວCRI: ກອງປະຊຸມໄລຍະທີສອງຂອງການເຈລະຈາ 6 ຝ່າຍຮອບ 6 ຕົກລົງຈະໄຂຂຶ້ນທີ່ປັກກິ່ງໃນວັນທີ 27 ກັນຍານີ້, ວັນທີ 26 ກັນຍາ, ຜູ້ແທນຂອງສ.ເກົາຫລີ ຣັດເຊຍ ຍີ່ປຸ່ນ ແລະອາເມລິກາທີ່ຈະເຂົ້າຮ່ວມການເຈລະຈາ 6 ຝ່າຍລ້ວນແຕ່ກ່າວວ່າ, ຄອງຄອຍການເຈລະຈາ 6 ຝ່າຍໄດ້ຮັບຄວາມຄືບໜ້າໃໝ່.
ວັນທີ 26 ກັນຍາ, ໃນເວລາທ່ານຈູນຢົງອູ ຫົວໜ້າຄະນະຜູ້ແທນສ.ເກົາຫຼີທີ່ເຂົ້າຮ່ວມການເຈລະຈາເດີນທາງໄປຮອດປັກກິ່ງ, ທ່ານກ່າວວ່າ, ຫົວຂໍ້ໃຈກາງຂອງການເຈລະຈາໃນໄລຍະຕໍ່ໄປແມ່ນສິ່ງກໍ່ສ້າງນິວເຄຼຍຂອງສປປເກົາຫລີລາຍງານຢ່າງຮອບດ້ານແລະປາສະຈາກປະສິດທິພາບ, ຝ່າຍຕ່າງໆຈະຫາລືກັນກ່ຽວກັບແຜນການເສັ້ນທາງທີ່ປະລະນິວເຄຼຍ. ທ່ານເວົ້າວ່າ, ຄະນະຜູ້ແທນຂອງສ.ເກົາຫລີຈະພະຍາຍາມຢ່າງສຸດຂີດແລະເສີມຂະຫຍາຍບົດບາດພິເສດຂອງຕົນ, ຊຸກຍູ້ໃຫ້ການເຈລະຈາໄດ້ຮັບໝາກຜົນໂດຍໄວ.
ທ່ານອາເລັກຊານເດີ ໂລຊິວຄົບ ຫົວໜ້າຄະນະຜູ້ແທນຣັດເຊຍທີ່ເດີນທາງມາຮອດປັກກິ່ງໃນມື້ດຽວກັນກ່າວວ່າ, ຝ່າຍຣັດເຊຍ"ເຫັນໄປໃນແງ່ດີຢ່າງສຸຂົມຮອບຄອບ"ຕໍ່ການເຈລະຈາ 6 ຝ່າຍໄລຍະໃໝ່. ທ່ານກ່າວວ່າ, ຝ່າຍຣັດເຊຍກຽມຈັດການປຶກສາຫາລືກັບຈີນແລະຝ່າຍອື່ນໆທີ່ກ່ຽວຂ້ອງກ່ອນການເຈລະຈາ.
ຕອນເຊົ້າວັນທີ 26 ກັນຍານີ້, ຢູ່ໂຕກຽວ, ທ່ານເຄນີຊີໂລ ຊາຊາອິ ຫົວໜ້າຄະນະຜູ້ແທນຍີ່ປຸ່ນໄດ້ຈັດການເຈລະຈາກັບທ່ານເຄຼີສໂທເຟີ ຮີວ ຫົວໜ້າຄະນະຜູ້ແທນອາເມລິກາ, ສອງຝ່າຍກ່າວວ່າ, ຈະເພີ່ມທະວີການຮ່ວມມືໃນດ້ານຍົກປະສິດທິພາບຕົວຈິງຂອງມາດຕະການໄລຍະຕໍ່ໄປທີ່ເຮັດໃຫ້ສິ່ງກໍ່ສ້າງນິວເຄຼຍຂອງສປປເກົາຫລີປາສະຈາກປະສິດທິພາບ, ພະຍາຍາມຊຸກຍູ້ໃຫ້ການເຈລະຈາໄດ້ຮັບຄວາມຄືບໜ້າ.m
|
|
|