ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-27 19:40:18    
ຝ່າຍ​ຈີນ​ເຄົາລົບ​ການ​ຕົກ​ລົງ​ຂອງ​ຟີ​ລິບ​ປິນ​ທີ່​ດຳ​ເນີນ​ການ​ສຳ​ຫຼວດ​ຕໍ່​ໂຄງ​ການ​ຮ່ວມ​ມື​ທາງ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປີນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 27 ກັນຍາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ຊິນ​ເຜີຍ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ເຄົາລົບ​ການ​ຕົກລົງ​ຂອງ​ຟີ​ລິບ​ປິນທີ່​ດຳ​ເນີນ​ການ​ສຳຫຼວດຕໍ່​ໂຄ​ງການ​ຮ່ວມ​ມື​ທາງການ​ຄ້າ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປີນ.

ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຟີ​ລິບ​ປິນຕົກລົງໂຈະສັນຍາ​ລະຫວ່າງ​ກະຊວງ​ຄົມມະນາຄົມ​ແລະ​ໂທລະ​ຄົມຟີ​ລິບ​ປິນ​ກັບ​ບໍລິສັດZTEຫຸ້ນ​ສ່ວນ​ຈຳກັດ​ຂອງ​ຈີນ​ທີ່​ມີ​ມູນ​ຄ່າ 330 ລ້ານ​ໂດ​ລານັ້ນ​ເປັນ​ການ​ຊົ່ວຄາວ, ​ແລະ​ຈະ​ດຳ​ເນີນ​ການ​ສຳຫຼວດຕໍ່​ໂຄງການ​ຮ່ວມ​ມື​ດັ່ງກ່າວ.

ທ່ານ​ວາງ​ຊີ​ນ​ເຜີຍ​ກ່າວ​ວ່າ, ຝ່າ​ຍຈີນ​ເຄົາລົບ​ການ​ຕົກລົງ​ຂອງ​ຝ່າຍ​ຟີ​ລິບ​ປິນທີ່​ດຳ​ເນີນ​ການ​ສຳຫຼວດຕໍ່​ໂຄງການ​ການ​ຄ້າ​ຕາມ​ກົດໝາຍ​ຟີ​ລິບ​ປີນ, ​ແລະ​ກ່າວ​ວ່າ, ​ເຫດການ​ນີ້​ຈະ​ບໍ່​ກະທົບ​ເຖິງການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ.