ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-28 16:54:44    
ຈີນ​ໄດ້​ສ້າງ​ລະ​ບົບ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຢ່າງ​ສົມ​ບູນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 28 ກັນຍາ​ນີ້, ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະກາດ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດຈຸບັນ, ຈີນ​ໄດ້​ສ້າງ​ລະບົບ​ເຄືອ​ຂ່າຍ​ຄົມມະນາຄົມ​ຂົນ​ສົ່ງ​ຢ່າງ​ສົມບູນ​ທີ່​ປະກອບ​ດ້ວຍ​ທາງ​ລົດ​ໄຟ ​ທາງຫຼວງ ທາງ​ນ້ຳ ​ແລະ​ການບິນ​ພົນລະ​ເຮືອນ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນຫຼາຍປີ​ມາ​ນີ້, ຈີນ​ຄ່ອຍໆ​ບູລະນະ​ການ​ສ້າງ​​ໂຄງ​ລ່າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ແລະ​ເຮັດ​ໃຫ້​ອົງ​ປະກອບ​ການ​ຂົນ​ສົ່ງ​ດີ​ຂຶ້ນ, ພາກສ່ວນ​ຕ່າງໆ​ຂອງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ພັດທະນາ​ແລະ​ນຳ​ໃຊ້​​ໄຮ​ເຕັກ​ໃໝ່​ຢ່າງ​ຕັ້ງໜ້າ, ຍົກ​ປະສິດທິພາບການ​ຂົນ​ສົ່ງ​ໃຫ້​ສູງ​ຂຶ້ນ​ຕື່ມອີກ, ອອກ​ແຮງຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຂົນ​ສົ່ງ.

ໃນ​ພາຍ​ໜ້າ, ຈີນ​ຈະ​ເລັ່ງລັດ​ການ​ສ້າງ​ທາງ​ລົດ​ໄຟ​ແລະ​ເປີດ​ກວ້າງຂະໜາດ​ຕື່ມ​ອີກ, ​ເພີ່ມ​ທະວີ​ການກໍ່ສ້າງ​ລະບົບ​ຄົມມະນາຄົມທາງ​ລົດ​ໄຟ​ດ່ວນ​ລະຫວ່າງ​ຕົວ​ເມືອງ, ​ເພີ່ມ​ທະວີ​ການ​ສ້າງ​ຊຸມ​ທາງ​ຄົມມະນາຄົມ​ແລະຕາໜ່າງຂໍ້​ມູນ​ຂ່າວສານ​ຄົມມະນາຄົມ​ສັງ​ລວມ, ສ້າງ​ລະບົບ​ຄົມມະນາຄົມ​​ແບບ​ສະຫຼາດທີ່​ທັນ​ສະ​ໄໝ.