ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-29 16:10:05    
ງານ​ສຳ​ມະ​ນາ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່​ມວນ​ຊົນ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ

cri
ຂ່າວ​ຈາກ​ຫນັງສືພິມ​ເຢີ​ນມີນຢື້​ປ້າວ:ວັນ​ທີ 28 ກັນຍາ​ນີ້ ງານ​ສຳ​ມະ​ນາຄົ້ນຄວ້າ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຈີນ​ອາ​ຊຽນຄັ້ງທີ​ສາມ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ ​ເທດສະບານ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ.​ເຈົ້າຫນ້າ​ທີ່​ຝ່າຍ​ຖະ​ແຫລ​ງຂ່າວ ຜູ່​ຊົງ​ຄຸນ​ວຸທິດ​ຂອງ​ສື່​ມວນ​ຊົນ​ສຳຄັນ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ໄດ້​ເຂົ້າຮ່ວມ​ງານ​ສຳມະ​ນາຄົ້ນຄວ້າ​ດັ່ງກ່າວ.

ຜູ່​ຕາງຫນ້າຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າຮ່ວມງານ​ສຳ​ມະ​ນາຄົ້ນຄວ້າ​ເທື່ອ​ນີ້​ໄດ້​ຄົ້ນຄວ້າ​ຫາລື​ກັນຢ່າງ​ຟົດ​ຟື້ນ​ແລະ​​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ທີ່​ວ່າ​ພ້ອມ​ກັນ​ສ້າງ​ບ້ານ​ອັນ​ດີງາມ​ທີ່​ກົມກຽວ​ແລະ​ຮຸ່ງ​ເຮືອງ,​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ.​

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ນາງ​​ເອຣີ ວີ​ເທຼຍ ທຼີຊັນ​ທີ ​ເຈົ້າຫນ້າ​ທີ່​ຖະ​ແຫລ​ງຂ່າວ​ຂອງ​ສຳນັກງານ​ເລຂາ​ອາ​ຊຽນກ່າວ​ວ່າ, ຜ່ານ​ຈາກໂຄງການ​ແລກປ່ຽນ​ລະຫວ່າງ​ສື່​ມວນ​ຊົນ​ອາ​ຊຽນກັບ​ຈີນ,ຜູ່​ປະຕິບັດ​ງານ​ດ້ານ​ຂ່າວສານ​ຂອງ​ປະ​ເທດ​ຕ່າງ​ກັນ​ແລະວັດທະນະທຳ​ຕ່າງ​ກັນ​ຂອງ​ເຂດ​ອາຊີ​ຕາ​ເວັນອອກ​ໄດ້​ສ້າງ​ການ​ພົວພັນ​ແຫນ້ນ​ແຟ້ນກວ່າ​ເກົ່າ,ຮັບປະກັນ​ໃຫ້​ປະຊາຊົນ​ອາ​ຊຽນ​ແລະປະຊາຊົນ​ຈີນ​​ໄດ້​ຮູ້ຈັກການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ທຸກໆ​ຂົງ​ເຂດ,​ແລະ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ໃຫ້ການ​ພົວພັນ​ຫມູ່​ຄູ່​ລະຫວ່າງ​ອາ​ຊຽນກັບ​ຈີນ​ກ້າວ​ໄປ​ຫນ້າ.